ວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈໍາລາວ ໄດ້ມອບປຶ້ມທີ່ເປັນຂໍ້ມູນທີ່ສໍາຄັນ ປື້ມດັ່ງກ່າວເປັນ 2 ພາສາ ລາວ-ຈີນ ໃນຈຳນວນ 6 ປະເພດໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອນໍາໃຊ້ເຂົ້າໃນການຄົ້ນຄວ້າຮໍ່າຮຽນ ຫາຄວາມຮູ້ກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວຂອງປະເທດຈີນ, ວັດທະນະທໍາຈີນ, ແນວຄິດຕ່າງໆ ແລະ ອື່ນໆ ເພື່ອນໍາມາໝູນໃຊ້ໃນວຽກງານຕົວຈິງທີ່ເປັນປະໂຫຍດໃຫ້ແກ່ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ. ນອກນັ້ນ, ປຶ້ມເຫຼົ່ານັ້ນແມ່ນໄດ້ບັັນຈຸເຂົ້າຫໍສະໝຸດສະຖາບັນ ແລະ ເປັນຄັງຄວາມຮູ້ທີ່ອຸດົມສົມບູນ  ເພື່ອບໍລິການໃຫ້ແກ່ບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາ ໄດ້ສຶກສາຄົ້ນຄ້ວາ.

          ການມອບ-ຮັບ ດັ່ງກ່າວມີຂຶ້ນໃນຕອນເຊົ້າຂອງວັນທີ 22 ຕຸລາ 2021, ກ່າວມອບໂດຍ ທ່ານ ນາງ ແສງແກ້ວ ຫົວໜ້າ ວິທະຍຸສາກົນແຫ່ງປະເທດຈີນ ປະຈໍາລາວ ແລະ ກ່າວຮັບໂດຍ ທ່ານ ປທ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ກຳມະການ ຄະນະພັກ ສມປຊ, ຫົວໜ້າຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

          ທ່ານ ນາງ ແສງແກ້ວ ໄດ້ໃຫ້ຮູ້ວ່າ: ປຶ້ມ 6 ປະເພດ ທີ່ໄດ້ນໍາມາມອບໃຫ້ແກ່ສະຖາບັນຄັ້ງນີ້ລວມມີປື້ມກ່ຽວກັບຄວາມເຂົ້າໃຈປະເທດຈີນ 100 ປີ ແຫ່ງການສ້າງຕັ້ງພັກກອມມູນິດຈີນ ແລະການລຶບລ້າງຄວາມທຸກຍາກ, ຮູ້ຮອບຈີນ, ສັງລວມຄໍາສັບສໍານວນໂຕງໂຕຍ, ສຸພາສິດຈີນ-ລາວ, ລາວ-ຈີນ, 36 ກົນລະຍຸດ, ກະວີເພື່ອເຈົ້າ(ບົດກະວີຈີນ ສະໄໝປັດຈຸບັນຮ້ອຍບົດ), ລວມທັງໝົດ 80 ຫົວ. ປຶ້ມເຫຼົ່ານີ້ເປັນຜົນງານການຮ່ວມມືລະຫວ່າງ CRI ປະຈໍາລາວ ກັບສະມາຄົມນັກປະພັນລາວ ໄດ້ຈັດພິມເປັນ 2 ພາສາ ຄື: ພາສາລາວ ແລະ ພາສາຈີນ.

          ທ່ານ ນາງ ແສງແກ້ວ ກ່າວຕື່ມວ່າ: ປຶ້ມ “ຮູ້ຮອບຈີນ” ເປັນປຶ້ມສາລານຸກົມກ່ຽວກັບປະເທດຈີນ ເຊິ່ງໄດ້ກວມລວມເອົາ ສະພາບຂອງປະເທດຈີນ ຢ່າງເປັນລະບົບ, ຜູ້ອ່ານສາມາດເຂົ້າໃຈປະເທດຈີນໄດ້ຢ່າງລະອຽດ ແລະຕິດແທດຕົວຈິງ. ປຶ້ມ “ກະວີເພື່ອເຈົ້າ ໄດ້ຄັດຈ້ອນເອົາບົດກະວີສະໄໝປັດຈຸບັນ ທີ່ດີເດັ່ນຂອງຈີນທັງໝົດ 100 ບົດ ເຊິ່ງມີເນື້ອໃນທີ່ຫຼາກຫຼາຍ ໂດຍສະເພາະ ແມ່ນສ່ອງແສງໃຫ້ເຫັນເຖິງຈິດໃຈ ທີ່ອຸດົມສົມບູນຂອງຊາວຈີນ. ປຶ້ມ “36 ກົນລະຍຸດ” ໝາຍເຖິງຍຸດທະວິທີ 36 ຮູບແບບ ເຊິ່ງເປັນຕໍາລາ ພິສິດໄຊຊະນະສົງຄາມ ທີ່ສະຫຼຸບຈາກປະສົບການຕໍ່ສູ້ທີ່ຫຼາກຫຼາຍ ແລະເປັນແນວຄິດ ດ້ານຍຸດທະການທາງທະຫານໃນສະໄໝບູຮານ ຂອງຈີນ ປຶ້ມ “ສັງລວມຄໍາສັບ ສໍານວນໂຕງໂຕຍ ສຸພາສິດຈີນ-ລາວ, ລາວ-ຈີນ”ໄດ້ສັງລວມເອົາຄໍາສັບ, ສໍານວນໂຕງໂຕຍ, ສຸພາສິດຈີນ-ລາວ ລາວ-ຈີນ ທັງໝົດ 21.700 ກວ່າສໍານວນ ແລະປຶ້ມ “ຄໍາສໍາຄັນເພື່ອເຂົ້າໃຈປະເທດຈີນ”ໄດ້ສັງລວມເອົາຄໍາສັບສໍາຄັນ ໃນວຽກງານ ລຶບລ້າງຄວາມທຸກຍາກ ຂອງຈີນ ໄດ້ສ່ອງແສງໃຫ້ເຫັນເຖິງຜົນງານ ແລະປະສົບການຂອງຈີນ ໃນການລຶບລ້າງຄວາມທຸກຍາກ ກໍ່ຄືປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ລວມເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງພັກກອມມູນິດຈີນ ຕະຫຼອດໄລຍະ 100 ປີທ່ຜ່ານມາ.

ຂ່າວ/ພາບ: ສຸກສະຫວັດ ເພັດພູທອນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ