ພິທີຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ສະໄໝສໍາຮອງຂອງ ສະຫາຍ ນາງ ມະນີໃສ ວິລະຈິດ ຂອງໜ່ວຍພັກຮາກຖານ ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ-ຄະນະປັດຊະຍາທີ່ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 10 ກັນຍາ 2021 ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາ, ຮອງຫົວໜ້າ ສມປຊ ແລະ ທ່ານ ປທ ແສງທອງ ພຸດທະວົງ ເລຂາໜ່ວຍພັກຮາກຖານ ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ-ຄະນະປັດຊະຍາ, ມີແຂກຖືກເຊີນ ແລະ ສະມາຊິກພັກສົມບູນ-ສໍາຮອງ ຂອງໜ່ວຍພັກຮາກຖານຕ່າງໆພາຍໃນ ສມປຊ.

            ສະຫາຍ ວິໄລສິດ ພິມພັກດີ ຮອງຫົວໜ້າພະແນກພັກ ແລະ ປ້ອງກັນພັກ ຂຶ້ນຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກ ສມປຊ ວ່າດວ້ຍຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຄື: ສະຫາຍ ນາງ ມະນີໃສ ວິລະຈິດ ທີ່ສັງກັດຢູ່ໜ່ວຍພັກດັ່ງກ່າວ ເຂົ້າເປັນສະມາຊິກພັກສຳຮອງ ເຊິ່ງທີ່ຜ່ານມາສະຫາຍໄດ້ຜ່ານການຝຶກຝົນຫໍ່ຼຫຼອມຕົນເອງໃນຂະບວນການຕ່າງໆ ຢ່າງມີຜົນສໍາເລັດ, ໄດ້ຜ່ານການຮໍ່າຮຽນສະໜັບສະໜູນ ແລະ ກົດລະບຽບພັກ ແລະ ຖືກຕ້ອງຕາມກົດລະບຽບພັກປະຊາຊົນ ປະຕິວັດລາວ ວາງອອກ, ພ້ອມນີ້ ສະຫາຍ ປທ ແສງທອງ ພຸດທະວົງ ເລຂາໜ່ວຍພັກຮາກຖານ ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ-ຄະນະປັດຊະຍາ ຂຶ້ນກ່າວຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຢ່າງເປັນທາງການ.

          ສະຫາຍ ປທ ນ. ບຸນມີ ຈຸນລະຈັກ ໄດ້​​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຜົນງານ​ການ​ກໍ່ສ້າງ​​ ແລະ ຝຶກ​ຝົນຫຼໍ່ຫຼອມຂອງສະຫາຍ ນາງ ມະນີໃສ ວິລະຈິດ ມີຄວາມໜັກແໜ້ນທາງດ້ານທາດການເມືອງ, ​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ຮ່ຳຮຽນ ແລະໄດ້ເນັ້ນໜັກໃຫ້ສະມາຊິກພັກໃໝ່ ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ, ກົດ​ລະບຽບ​ຂອງພັກ, ກົດໝາຍ​ຂອງ​ລັດ​ໃຫ້​ເລິກ​ເຊິ່ງ, ມີ​ຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ແລະ ບຸກບືນຜ່ານຜ່າທຸກຂໍ້ຫຍຸ້ງຍາກໃນການປະຕິບັດໜ້າທີ່ວຽກງານຂອງຕົນເອງດ້ວຍຄວາມຮັບຜິດຊອບສູງ, ມີນ້ຳໃຈເສຍສະຫຼະ, ມີຄວາມອົດທົ​ນ, ຖືຜົນປະໂຫຍດສ່ວນລວມສູງກວ່າຜົນປະໂຫຍດສ່ວນຕົວ, ມີຄວາມເປັນແບບຢ່າງໃນການດຳລົງຊີວິດທີ່ປອດໃສຂາວສະອາດ, ຮູ້ໃຫ້ກຽດ, ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ, ມີຄວາມສາມັກຄີເປັນປຶກແຜ່ນ, ຍຶດໝັ້ນປະກອບ​ສ້າງ​ລະບອບ​ປະ​ຊາ​ທິປະໄຕ​ປະຊາຊົນ​ ກ້​າວສູ່​ຈຸດໝາຍ​ສັງຄົມ​ນິຍົມ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ