ໃນລະຫວ່າງ ກາງເດືອນ ມິຖຸນາ 2021 ຫາກາງເດືອນ ກໍລະກົດ 2021 ນີ້, ທີ່ສະຖາບັນການເມືອງ  ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີປ້ອງກັນບົດຈົບຊັ້ນ ໃຫ້ນັກສຶກສາປີສຸດທ້າຍ ເພື່ອເປັນການທົບທວນຄືນ ບົດຮຽນ ທີ່ຜ່ານການສຶກສາຄົ້ນຄວ້າໄລຍະຜ່ານມາ, ຊຶ່ງການປ້ອງກັນຄັ້ງນີ້ມີລະບົບ ປະລິນຍາຕີ ຮຸ່ນທີ XXIII ແລະຕໍ່ເນື່ອງ ຮຸ່ນທີ XIV ຫ້ອງ ກ ຈຳນວນ 70 ທ່ານ, ຍິງ 20 ທ່ານ ແລະຫ້ອງ ຂ ຈຳນວນ 71 ທ່ານ, ຍິງ 20 ທ່ານ, ອະນຸປະລິນຍາ ຮຸ່ນທີ XVIII ຈຳນວນ 60 ທ່ານ, ຍິງ 11 ທ່ານ ແລະຊັ້ນສູງ ລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXVIII ຈຳນວນ 55 ທ່ານ, ຍິງ 15 ທ່ານ.

          ຜ່ານການຈັດຕັ້ງປະຕິບັດການປ້ອງກັນບົດຈົບຊັ້ນ ເຫັນໄດ້ວ່າ ນັກສຶກສາທຸກຮຸ່ນທຸກໆທ່ານແມ່ນສາມາດສະຫຼຸບເນື້ອໃນບົດຈົບຊັ້ນ ແລະແລກປ່ຽນຄຳຖາມຂອງຄະນະກຳມະການໄປດ້ວຍດີ, ຖືກຕ້ອງຕາມມາດຖານເງື່ອນໄຂຂອງໄລຍະເວລາປ້ອງກັນ, ນອກນັ້ນ, ນັກສຶກສາ ແລະ ຄະນະກຳມະການນອກຈາກຈະແລກປ່ຽນບົດຮຽນໃນບົດປ້ອງກັນແລ້ວ ຍັງໄດ້ຍົກເອົາບັນດາພຶດຕິກຳຕົິວຈິງມາສົມທຽບກັບບົດປ້ອງກັນ ເພື່ອໃຫ້ນັກສຶກສາ ສົມທຽບກັນລະຫວ່າງ ທິດສະດີກັບພຶດຕິກຳ.

          ສະນັ້ນ, ເພື່ອເປັນການຢັ້ງຢືນຜົນການສຳເລັດປ້ອງກັນຈົບຊັ້ນຂອງແຕ່ລະບົບຄື:

– ປະລິນຍາຕີ ຮຸ່ນທີ XXIII ແລະຕໍ່ເນື່ອງ ຮຸ່ນທີ XIV ຫ້ອງ ກ ແລະຫ້ອງ ຂ

                                      ເກດ A ມີຈໍານວນທັງໝົດ  13 ທ່ານ, ຍິງ 6 ທ່ານ.

                                      ເກຼດ B+ ມີຈໍານວນທັງໝົດ 128 ທ່ານ, ຍິງ 34 ທ່ານ.

– ອະນຸປະລິນຍາ ຮຸ່ນທີ XVIII

                                      ເກດ A ມີຈໍານວນທັງໝົດ 12 ທ່ານ

                                      ເກຼດ B+ ມີຈໍານວນທັງໝົດ 48 ທ່ານ

– ຊັ້ນສູງ ລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXVIII

                                      ເກດ A ມີຈໍານວນທັງໝົດ 20 ທ່ານ

                                      ເກຼດ B+ ມີຈໍານວນທັງໝົດ 35 ທ່ານ

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ