Month: October 2021

ວິທະຍຸສາກົນແຫ່ງປະເທດຈີນ ປະຈໍາລາວ (CRI) ມອບປຶ້ມ 2 ພາສາ ລາວ-ຈີນໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈໍາລາວ ໄດ້ມອບປຶ້ມທີ່ເປັນຂໍ້ມູນທີ່ສໍາຄັນ ປື້ມດັ່ງກ່າວເປັນ 2 ພາສາ ລາວ-ຈີນ ໃນຈຳນວນ 6 ປະເພດໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອນໍາໃຊ້ເຂົ້າໃນການຄົ້ນຄວ້າຮໍ່າຮຽນ ຫາຄວາມຮູ້ກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວຂອງປະເທດຈີນ, ວັດທະນະທໍາຈີນ, ແນວຄິດຕ່າງໆ ແລະ ອື່ນໆ ເພື່ອນໍາມາໝູນໃຊ້ໃນວຽກງານຕົວຈິງທີ່ເປັນປະໂຫຍດໃຫ້ແກ່ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ. ນອກນັ້ນ, ປຶ້ມເຫຼົ່ານັ້ນແມ່ນໄດ້ບັັນຈຸເຂົ້າຫໍສະໝຸດສະຖາບັນ ແລະ ເປັນຄັງຄວາມຮູ້ທີ່ອຸດົມສົມບູນ  ເພື່ອບໍລິການໃຫ້ແກ່ບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາ…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ເປີດຊຸດຮຽນໃໝ່ ທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນຕົ້ນ ຮຸ່ນທີ XIX

ເພື່ອປະກອບຄວາມຮູ້-ຄວາມເຂົ້າໃຈກ່ຽວກັບ ທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ການປົກຄອງ ແລະ ການບໍລິຫານ, ວຽກງານກໍ່ສ້າງພັກ-ພະນັກງານນຳພາ, ພະນັກງານຫຼັກແຫຼ່ງ ຢູ່ຂັ້ນຂະແໜງການອ້ອມຂ້າງ ແລະ ບັນດາເມືອງໃຫ້ມີຄວາມຮັບຮູ້, ຄວາມສາມາດໃນການນຳພາ ແລະ ການຄຸ້ມຄອງ.          ວັນທີ່15 ຕຸລາ 2021 ໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ໄດ້ຈັດພິທີເປີດຊຸດຮຽນລະບົບຊັ້ນຕົ້ນ ຮຸ່ນທີ XIX ປະຈຳປີ 2021 ທີ່ສະໂມສອນຂອງເມືອງງາ ໂດຍການເປັນປະທານຂອງທ່ານ ວຽງໄຊ…

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ

ໃນ​ວັນ​ທີ 13/10/2021​ ໂຮງຮຽນ​ການ​ເມືອງ ​ແລະ ​ການ​ປົກຄອງ​ແຂວງ​ບໍ່​ແກ້ວ ​​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນ ທີ່ໂຮງຮຽນ​ການ​ເມືອງ ​ແລະ ​ການ​ປົກຄອງ​ແຂວງ​ບໍ່​ແກ້ວ,​ ​​ໂດຍ​ການເປັນປະທານ ທ່ານ ປທ ຄຳ​ແສງ ສຸລິຍະ​ວົງ ກຳມະການ​ພັກ​ແຂວງ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ ການ​ປົກ​ຄອງ​ແຂວງ​ບໍ່​ແກ້ວ ເຂົ້າ​ຮ່ວມມີຄະນະພັກ-​ຄະນະນຳ​ໂຮງຮຽນການ​ເມືອງ ​ແລະ ​ການ​ປົກຄອງ​ແຂວງ, ພ້ອມ​ດ້ວຍພະນັກງານ, ຄູ-ອາຈານ​ທັງໝົດ,ຈຸດປະສົງຂອງ​ກອງປະຊຸມຄັ້ງນີ້ ​ແມ່ນ​ເພື່ອ​ສະຫຼຸບຕີ​ລາຄາ​ຄືນການ​ຄົ້ນ​ຄວ້າ ​ແລະ​ ຈັດ​ຕັ້ງ​ປະຕິບັດ​ແຜນການ​ຮຽນ-​ການ​ສອນ ​ໃນ​ໄລຍະ 2020-2021 ຜ່ານ​ມາ. ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ສຸມ​ໃສ່​ສະຫຼຸບການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານຂອງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດການຈັດຕັ້ງພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ ໃນວັນທີ 8 ຕຸລາ 2021 ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ຫ້ອງປະຊຸມ (ຕຶກສູນຂໍ້ມູນຂ່າວສານ)​ ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ ແລະ ເຂົ້າຮ່ວມມີ ທ່ານ ດວງຕາ ຈູມພາວັນ ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ, ຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ,…