ພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I, ຂັ້ນສູງ ຮຸ່ນທີ III ແລະລະບົບ ປະລິນຍາໂທ ຮຸນທີ 17 ປະຈຳປີ 2024 ແລະ ພິທີເປີດລະບົບ ທິດສະດີການເມືອງຂັ້ນກາງ ຮຸ່ນທີ II ແລະ ລະບົບທິດສະດີການເມືອງຂັ້ນສູງ ຮຸ່ນທີ V ຢູ່ ສມປຊ
ເພື່ອເປັນການຈັດຕັ້ງປະຕິບັດແຜນການຮຽນ-ການສອນ ໃນສົກປີ 2023-2024 ແລະເປັນການຖອດຖອນບົດຮຽນຈາກຊຸດທີ I, ຊຸດທີ II ໃນການນໍາໃຊ້ຫຼັກສູດທິດສະດີການເມືອງຂັ້ນສູງ ເປັນຊຸດທີ III ແລະຫຼັກສູດທິດສະດີການເມືອງຂັ້ນກາງເປັນຊຸດທໍາອິດ. ສະນັ້ນ, ໃນຕອນເຊົ້້າວັນທີ 16 ກຸມພາ 2024 ຫຼັງຈາກວາງກະຕ່າດອກໄມ້ ຮູບປັ້ນ ປະທານ ໄກສອນ ພົມວິຫານ ນໍາພາໂດຍ: ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົ້ມຄຸ້ມຄອງການຮຽນ-ການສອນ, ທີ່ສະໂມສອນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປະກາດການຈັດຕັ້ງ ແລະທາບທາມບຸກຄະລາກອນ
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນກົມ ຫຼື ທຽບເທົ່າຂັ້ນກົມ, ຂັ້ນຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະການໂຍ້ກຍ້າຍບ່ອນປະຈຳການ ສະນັ້ນ, ໃນຕອນເຊົ້າຂອງວັນທີ 15 ກຸມພາ 2024 ຈຶ່ງໄດ້ຈັດພິທີປະກາດການຈັດຕັ້ງ ແລະທາບທາມບຸກຄະລາກອນຂື້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ຫົວໜ້າ ສມປຊ, ຄະນະພັກ ແລະມີຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ ແລະ…
ກອງປະຊຸມໃຫຍ່ ຂອງໜ່ວຍພັກຮາກຖານ ຂອງນັກສຶກສາ ລະບົບປະລິນຍາໂທຮຸ່ນທີXIX
ກອງປະຊຸມໃຫຍ່ຂອງໜ່ວຍພັກນັກຄົ້ນຄ້ວາປະລິນຍາໂທຮຸ່ນທີ XIX ຫ້ອງຂໍ ໄດ້ໄຂຂຶ້ນຢ່າງເປັນທາງການຂອງວັນທີ 14 ກຸມພາ 2024 ທີ່ຫ້ອງປະຊຸມ 110, ຊັ້ນ 1 ຕຶກ 5 ຊັ້ນກົມຈັດຕັ້ງ-ພະນັກງານ ສມປຊ, ໂດຍການເປັນປະທານຮ່ວມໂດຍສະຫາຍ: ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສະຫາຍ ອິດສະຫຼະ ພິມມະສອນ ເຂລາໜ່ວຍພັກ, ຫົວໜ້າຫ້ອງຮຽນນັກຄົ້ນຄວ້າປະລິນຍາໂທຮຸ່ນທີ XIX ຫ້ອງຂໍ…
ເປີດເຝິກອົບຮົມພາຍໃຕ້ ຫົວຂໍ້: “ຫັນທັກສະພື້ນຖານການເຮັດເຂົ້້າໜົມເຄັກກ້ວຍໃຫ້ກາຍເປັນລາຍໄດ້”
ຕອນແລງວັນທີ 14 ກຸມພາ 2024 ຮາກຖານກໍາມະບານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດເຝິກອົບຮົມຂຶ້ນຢູ່ທີ່ຊັ້ນ 5 ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ພາຍໃຕ້ຫົວຂໍ້“ຫັນທັກສະພື້ນຖານການເຮັດຂະນົມເຄັກກ້ວຍໃຫ້ກາຍເປັນລາຍໄດ້” ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ນາງ ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະມີຕາງໜ້າ 2 ທ່ານ ຂອງແຕ່ລະຮາກຖານ ທົ່ວ ສມປຊ ເຂົ້າຮ່ວມການເຝິກອົບຮົມໃນຄັ້ງນີ້. ຈຸດປະສົງຕົ້ນຕໍໃນການເຝິກອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງກິດຈະກໍາ…
