ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລົງທັດສະນະສຶກສາ ທີ່ຫ້ອງວາງສະແດງມູນເຊື້ອ ພິທີ​ເປີດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນປະຈຳປີ 2026 ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ

ກອງປະຊຸມໃຫຍ່ຄັ້ງທີ l ຂອງອົງການຈັດຕັ້ງ ມະຫາຊົນ ສມປຊ ຂັ້ນຮາກຖານ

ໃນຕອນເຊົ້າວັນທີ 13 ມິຖຸນາ 2024 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງ 302 ຕຶກຫັດ ຄະນະແມ່ຍິງຮາກຖານວິຊາການສອງ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ l ຂອງຮາກຖານຕົນເອງຂຶ້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ນາງ ອານົງ ຂັນທະຍົງ ຮອງຫົວໜ້າຄະນະບໍລິ ຫານສາດ, ຮອງປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ສມປຊ, ມີສະຫາຍ ນ. ລາລີວັນ ວົງພະຈັນ ຫົວໜ້າພະແນກອົງການຈັດຕັ້ງ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ,…

ກອງປະຊຸມຖອດຖອນບົດຮຽນ ເກັບກຳສົ້ນເຂົ້າ-ສົ້ນອອກ ຂອງນັກສຶກສາທີ່ສຳເລັດການສຶກສາຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ໂຮງຮຽນການເມືອງ-ການປົກຄອງແຂວງຊຽງຂວາງ

ໂດຍປະຕິບັດຕາມ ຂໍ້ຕົກລົງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລົງເກັບກຳຂໍ້ມູນປະເມີນຜົນນັກສຶກສາ ທີ່ສໍາເລັດການສຶກສາຄົ້ນຄວ້າ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄລຍະ 2021-2023 ຢູ່ 4ແຂວງພາກເໜືອ (ກຸ່ມທີ 1) ຄື: ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງຊຽງຂວາງ ແລະແຂວງຫົວພັນສະບັບເລກທີ 486/ສມປຊ, ນະຄອນຫຼວງວຽງຈັນ, ວັນທີ 30 ເມສາ 2024. ໃນຕອນແລງວັນທີ 10 ມິຖຸນາ 2024…

ພິທີມອບ-ຮັບໂຄງການຊ່ວຍເຫຼືອປັບປຸງລະບົບນໍ້າສະອາດ ລາວ-ອົດສະຕາລີ ໃຫ້ແກ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນເຊົ້າວັນທີ 4ມິຖຸນາ 2024ເວລາ 10 ໂມງ ທີ່ຫ້ອງຮັບແຂກ, ຕຶກຈັດຕັ້ງ-ພະນັກງານ ສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ. ທ່ານ ນາງ ມິແກນ ຈອນ, ເອກອັກຄະລັດຖະທູດອົດສະຕີລີປະຈຳລາວ, ຮອງປະທານສະມາຄົມມິດຕະພາບອົດສະຕາລີ-ລາວ ພ້ອມດ້ວຍຄະນະໄດ້ເຂົ້າພົບປະການນໍາຂັ້ນສູງ ຂອງ ສມປຊ ເຊິ່ງໃຫ້ກຽດຕ້ອນຮັບໂດຍ: ທ່ານ ປທ ນາງ ຄຳຫຼ້າ ແກ້ວອຸ່ນຄຳ, ກໍາມະການຄະນະພັກ, ຮອງຫົວໜ້າ ສມປຊ ພ້ອມດ້ວຍຄະນະ.…

ກອງປະຊຸມໃຫຍ່ຄັ້ງທີ ll ຂອງອົງການຈັດຕັ້ງ ມະຫາຊົນ ສມປຊ

ໃນຕອນແລງວັນທີ 4ມິຖຸນາ2024 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງ 302 ຕຶກຫັດ ຄະນະຊາວໜຸ່ມຮາກຖານຄະນະປັດຊະຍາ ແລະ ຄະນະກໍ່ສ້າງພັກ ແລະປະຫວັດສາດພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ ll ຂອງຮາກຖານຕົນເອງຂຶ້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ສົມສີ ຈັນທະພົມ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ປະທານກວດກາ ຮອງຫົວໜ້າກົມກວດກາ ມີບັນດາແຂກຮັບເຊີນຈາກບັນດາຮາກຖານຊາວໜຸ່ມອ້ອມຂ້າງ; ຄະນະໜ່ວຍພັກ; ພະແນກອົງການຈັດຕັ້ງມະຫາຊົນ, ກໍາມະບານ ແລະແມ່ຍິງ ລວມທັງໝົດ 28…