ສະຖາບັນລາວ-ອົດສະຕາລີລົງເຮັດວຽກປະເມີນໂຄງການເຝິກອົບຮົມໃຫ້ກັບພະນັກງານ, ຄູ-ອາຈານ ໃນໄລຍະຜ່ານມາຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ໃນຕອນເຊົ້າວັນທີ 27 ພະຈິກ 2024 ທີ່ຊັ້ນ 2 ຕຶກຫ້ອງການ ສມປຊ ທ່ານ ປອ ນາງ ໄກສອນ ຈັນສີນາ ກໍາມະການຄະນະພັກ, ຫົວໜ້າຫ້ອງການ ສມປຊ ພ້ອມດ້ວຍຄະນະທີເຂົ້າຮ່ວມເຝິກອົບຮົມຢູ່ສະຖາບັນລາວ-ອົດສະຕາລີໃນໄລຍະຜ່ານມາໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ Bernadette ຫົວໜ້າທີມງານປະເມີນຄວາມຄືບໜ້າໂຄງ ການພ້ອມດ້ວຍຄະນະ ເຊິ່ງຜູ້ເຂົ້າຮ່ວມໃນຄັ້ງນີ້ ລວມທັງໝົດ 8 ທ່ານ, ຍິງ 6 ທ່ານ. ເຊິ່ງຈຸດປະສົ່ງໃນການລົງມາເຮັດວຽກຢູ່…
ຂະບວນການບໍລິຈາກເລືອດ ຂອງຊາວໜຸ່ມຮາກຖານພະນັກງານ ຄູ-ອາຈານ ແລະນັກສຶກສາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ໃນຕອນເຊົ້າວັນທີ26 ພະຈິກ 2024 ຄະນະບໍລິຫານງານຊາວໜຸ່ມ ສມປຊ ນໍາພາສະມະຊິກຊາວໜຸ່ມຮາກຖານພະນັກງານ, ຄູ-ອາຈານ ແລະນັກສຶກສາທຸກຮຸ່ນທຸກລະບົບ ທົ່ວ ສມປຊ ເຂົ້າຮ່ວມຂະບວນຂະບວນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ, ເຊິ່ງໃຫ້ກຽດນໍາພາຂະບວນໂດຍ: ທ່ານ ປທ ສົມສີ ຈັນທະພົມ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ແລະທ່ານ ຄໍາໝັ້ນ ພົມມະຈັນ ກໍາມະການຄະນະບໍລິຫານງານຊາວໜຸ່ມ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ້ງຊາດ ເຊິ່ງໃຫ້ກຽດເປັນປະທານໂດຍ: ທ່ານ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ,…
ຄະນະບໍລິຫານງານຊາວໜຸ່ມ ສມປຊ ນໍາພາສະມະຊິກຊາວໜຸ່ມຮາກຖານພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ສມປຊ ສ້າງຂະບວນການອອກແຮງານ
ໃນຕອນບ່າຍວັນທີ 22 ພະຈິກ 2024ຄະນະບໍລິຫານງານຊາວໜຸ່ມ ສມປຊ ນໍາພາສະມະຊິກຊາວໜຸ່ມຮາກຖານພະນັກງານ, ຄູ-ອາຈານ ແລະນັກສຶກສາທຸກຮຸ່ນທຸກລະບົບທົ່ວ ສມປຊ ສ້າງຂະບວນການອອກແຮງານ ຢູ່ພາຍໃນ ແລະພາຍນອກ ສະຖາບັນການເມືອງ ແລະ ການປົກຄອງແຫ້ງຊາດ, ເຊິ່ງໃຫ້ກຽດນໍາພາຂະບວນການອອກແຮງງານຄັ້ງນີ້ໂດຍ: ທ່ານ ປທ ສົມສີ ຈັນທະພົມ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ຈຸດປະສົງໃນການອອກແຮງານໃນຄັ້ງນີ້ກໍ່ເພື່ອ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 49…
ສມປຊ ຈັດຝຶກອົບຮົມພາວະຄວາມເປັນຜູ້ນຳໃຫ້ບັນດາພະນັກງານນຳພາ-ຄຸ້ມຄອງ ຂອງ ສມປຊ,ໂຮງຮຽນການເມືອງ ແລະການປົກຄອງແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ
ເພື່ອເປັນການເສີ່ມສ້າງພາວະຄວາມເປັນຜູ້ນໍາ ແລະຮຽນຮູ້ທິດສະດີໃໝ່ ໃນການນໍາພາ-ຊີ້ນໍາ ຂອງບັນດາພະນັກ ງານນຳພາ-ຄຸ້ມຄອງໃນແຕ່ລະໄລຍະ ໃຫ້ເລິກເຊິ່ງ, ໜັັກແໜ້ນຍິງຂຶ້ນກວ່າເກົ່າ ແລະສາມາດນໍາໃຊ້ໄດ້ຈິງ ເຊິ່ງເປັນປັດໄຈທີ່ສຳຄັນໃນຕັດສິນຕໍ່ຄວາມສຳເລັດຂອງການຈັດຕັ້ງປະຕິບັດແນວທາງພັກ, ນະໂຍບາຍຂອງລັດ ແລະການປົກປັກຮັກສາສ້າງ ສາ ແລະພັດທະນາປະເທດຊາດ ຕາມແນວທາງການປ່ຽນແປງໃໝ່ ທີ່ມີຫຼັກການຂອງພັກນັ້ນ, ໃນວັນທີ 21 ພະຈິກ 2024 ທີ່ສະໂມສອນ ເມືອງບຸນເໜືອ ແຂວງຜົ້ງສາລີ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດໄດ້ຈັດຝຶກອົບຮົມ ຫົວຂໍ້ພິ ເສດ: ພາວະຄວາມເປັນຜູ້ນຳ ໃຫ້ກັບບັນດາພະນັກງານນຳພາ-ຄຸ້ມຄອງ ຂອງສະຖາບັນການເມືອງ ແລະ…

