Month: January 2021

ໜ່ວຍພັກ ໂຮງຮຽນການເມືອງ ແລະການປົກຄອງແຂວງ ຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້້າເປັນສະມາຊິກພັກສຳຮອງ.

ໂດຍປະຕິບັດຕາມ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ X ມາໃນວັນທີ 22 ມັງກອນ 2021 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ, ໃຫ້ກຽດເຂົ້້າຮ່ວມເປັນປະທານພິທີຂອງສະຫາຍ ປທ ນ. ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ, ເລຂາໜ່ວຍພັກ ໂຮງຮຽນການ ເມືອງ ແລະການປົກຄອງ, ມີສະມາຊິກພັກສົມບູນທີ່ເປັນພະນັກງາຄູ-ອາຈານ ແລະນັກສຶກ ຮຸ່ນ ທີ 17 ເຂົ້າຮ່ວມຢ່າງພ້ອມພຽງ.          ໃນພິທີຄັ້ງນີ້ຄະນະຈັດຕັ້ງພິທີໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ…

ໜ່ວຍຊາວໜຸ່ມຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ- ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດການຝຶກອົບຮົມ ການພັດທະນາສິ່ງແວດລ້ອມຕາມທິດສີຂຽວ ແລະຢືນຍົງ

      ວັນທີ 20 ມັງກອນ 2021 ໜ່ວຍຊາວໜຸ່ມຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນ ຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດຝຶກອົບຮົມວຽກງານສິ່ງແວດລ້ອມພາຍໃຕ້ຫົວຂໍ້: ການພັດທະນາສິ່ງແວດລ້ອມຕາມທິດສີຂຽວ ແລະຢືນຍົງ. ພາຍໃຕ້ການເປັນປະທານຂອງ ສະຫາຍ ປທ ສະນຸກສິນ ໂກສີພັນ ເລຂາຊາວໜຸ່ມຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ມີສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານ ສຂມປ-ສນຫ ແລະຕາງໜ້າຮາກຖານອື່ນລວມທັງໝົດ 42 ສະຫາຍ.       ໃນພິທີໄດ້ຮຽນເຊີນວິທະຍາກອນພາຍໃນ ສມປຊ ຊຶ່ງເປັນຄູອາຈານສິ່ງແວດລ້ອມ…