ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 66 ປີ (ວັນທີ 20 ເດືອນ ກໍລະກົດ 1955 – ວັນທີ 20 ເດືອນ ກໍລະກົດ 2021)

ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ແລະບັນດາ ປະທານສະຫະພັນແມ່ຍິງຮາກຖານ ໄດ້ພ້ອມກັນວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງແມ່ຍິງລາວຄົບຮອບ 66 ປີ (ວັນທີ 20 ເດືອນ ກໍລະກົດ 1955 – ວັນທີ 20 ເດືອນ ກໍລະກົດ 2021), ໂດຍແມ່ນການນໍາພາ ຂອງ ທ່ານ ປອ ນ. ລໍາພູນ ດວນສຸວັນ ປະທານສະຫະພັນແມ່ຍິງ…

ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທາບທາມບຸກຄະລາກອນ ຮອບທີ II ເພື່ອສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII

ໃນວັນທີ 16 ກໍລະກົດ 2020 ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຫະພັນແມ່ຍິງ ສມປຊ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ II ເພື່ອສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII. ໃນນັ້ນມີ ທ່ານ ປອ ສາຍຄຳ ມູນມະນີວົງ ຄະນະບໍລິຫານງານພັກ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ຮອງຫົວໜ້າຄະນະປັດຊະຍາ ທັງເປັນປະທານກອງປະຊຸມ ແລະທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ,…

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ມອບໃບຊົມເຊີຍບັນດາຜູ້ທີ່ໃຫ້ການອຸປະຖຳ ທາງດ້ານວັດຖຸອຸປະກອນ ແລະປື້ມສຳລັບການຄົ້ນຄວ້າຕ່າງໆ

ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໃນລະຫວ່າງວັນທີ 7 ມິຖຸນາ-13 ກໍລະກົດ ຜ່ານມາໄດ້ຮັບການອຸປະຖຳທາງດ້ານ ວັດຖຸອຸປະກອນເຊັ່ນ: ກະຕິກນ້ຳຮ້ອນຈໍານວນ 3 ໜ່ວຍ, ເຄື່ອງດູດຝຸ່ນ1ຊຸດ ແລະປື້ມເອກະສານຕ່າງໆ ເພື່ອອຳນວຍ ຄວາມສະດວກໃນການປະຕິບັດໜ້າທີ່ວຽກງານພາຍໃນສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ແລະ ສະ ໜອງຂໍ້ມູນໃນການຄົ້ນຄວ້າຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາ ທີ່ຢູ່ພາຍໃນ ສມປຊ ແລະນອກ ສມປຊ. ຊຶ່ງມີລາຍຊື່ຜູ້ທີ່ໄດ້ຮັບໃບຊົມເຊີຍຈາກການສະໜັບສະໜູນດັ່ງນີ້: ມອບໃບຊົມເຊີຍໃຫ້ ທ່ານໂພທິຍາ…

ກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ຂອງໜ່ວຍພັກຮາກຖານ ນັກສຶກສາ

ໃນສະພາບການປັດຈຸບັນການພັດທະນາເສດຖະກິດ-ສັງຄົມ, ປະກົດການຫຍໍ້ທໍ້ໃນສັງຄົມ ແລະການສຶກສາທຸກລະບົບຢູ່ໃນປະ ເທດເຮົາເວົ້າລວມ, ເວົ້າສະເພາະກໍຄືການຮຽນ-ການສອນ ຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແມ່ນໄດ້ຮັບຜົນກະທົບມາຈາກການແຜ່ລະບາດໂລກພະຍາດໂຄວິດ COVID-19, ແຕ່ເຖິງຢ່າງໃດກໍ່ຕາມຍາມໃດພັກເຮົາກໍ່ມີຄວາມສະດຸ້ງໄວ, ມີແນວທາງອັນຖືກ ຕ້ອງຢ່າງຮອບດ້ານ ແລະມີຫຼັກການຂອງພັກ ແລະດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງຈົດຈໍຂອງອົງຄະນະພັກ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ດ້ວຍຄວາມຕັດສິນໃຈບຸກບືນ ຂອງບັນດາສະຫາຍໃນໜ່ວຍພັກຮາກຖານ ອະນຸປະລິນຍາ ຮຸ່ນທີ XVIII ແລະໜ່ວຍພັກຮາກຖານປະລິນຍາຕີ ຮຸ່ນທີ XXIII ແລະຕໍ່ເນື່ອງຮຸ່ນທີ XIV ຫ້ອງ ກໍ ແລະຫ້ອງ ຂໍ…

ຂ່າວອື່ນໆ