ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ

ໃນ​ວັນ​ທີ 13/10/2021​ ໂຮງຮຽນ​ການ​ເມືອງ ​ແລະ ​ການ​ປົກຄອງ​ແຂວງ​ບໍ່​ແກ້ວ ​​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນ ທີ່ໂຮງຮຽນ​ການ​ເມືອງ ​ແລະ ​ການ​ປົກຄອງ​ແຂວງ​ບໍ່​ແກ້ວ,​ ​​ໂດຍ​ການເປັນປະທານ ທ່ານ ປທ ຄຳ​ແສງ ສຸລິຍະ​ວົງ ກຳມະການ​ພັກ​ແຂວງ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ ການ​ປົກ​ຄອງ​ແຂວງ​ບໍ່​ແກ້ວ ເຂົ້າ​ຮ່ວມມີຄະນະພັກ-​ຄະນະນຳ​ໂຮງຮຽນການ​ເມືອງ ​ແລະ ​ການ​ປົກຄອງ​ແຂວງ, ພ້ອມ​ດ້ວຍພະນັກງານ, ຄູ-ອາຈານ​ທັງໝົດ,ຈຸດປະສົງຂອງ​ກອງປະຊຸມຄັ້ງນີ້ ​ແມ່ນ​ເພື່ອ​ສະຫຼຸບຕີ​ລາຄາ​ຄືນການ​ຄົ້ນ​ຄວ້າ ​ແລະ​ ຈັດ​ຕັ້ງ​ປະຕິບັດ​ແຜນການ​ຮຽນ-​ການ​ສອນ ​ໃນ​ໄລຍະ 2020-2021 ຜ່ານ​ມາ. ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ສຸມ​ໃສ່​ສະຫຼຸບການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານຂອງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດການຈັດຕັ້ງພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ ໃນວັນທີ 8 ຕຸລາ 2021 ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ຫ້ອງປະຊຸມ (ຕຶກສູນຂໍ້ມູນຂ່າວສານ)​ ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ ແລະ ເຂົ້າຮ່ວມມີ ທ່ານ ດວງຕາ ຈູມພາວັນ ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ, ຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ,…

ພິທີ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ 10 ວັນໃຫ້ ຄະນະພັກບ້ານ, ນາຍບ້ານ ເມືອງປາກແບງ ແຂວງອຸດົມໄຊ

ເພື່ອສ້າງໃຫ້ເລຂາພັກບ້ານ, ນາຍບ້ານ ກາຍເປັນຜູ້ບໍລິຫານທີ່ມີຄວາມຮູ້, ຄວາມສາມາດຢ່າງເລິກເຊິ່ງກ່ຽວກັບ ທິດສະດີມາກ-ເລນິນທັດສະນະຂອງພັກ, ແນວຄິດໄກສອນ ພົມວິຫານ ຕໍ່ການຍົກສູງທິດສະດີການເມືອງ ແລະການປົກຄອງ ກົນໄກຄຸ້ມຄອງເສດຖະກິດ, ຄຸ້ມຄອງສັງຄົມ ແລະ ການປະຕິບັດກົດລະບຽບຕ່າງໆ ຂອງລັດໃນແຕ່ລະໄລຍະ. ໃນຕອນເຊົ້າ ຂອງວັນທີ 29 ກັນຍາ 2021 ນີ້, ຢູ່ທີ່ຫ້ອງປະຊຸມຂອງຫ້ອງການແຜນການເມືອງປາກແບງ ໄດ້ຈັດພິທີເປີດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະ 10 ວັນຂຶ້ນ ໂດຍການເປັນປະທານຮ່ວມ ຂອງທ່ານ ຄຳດີ ກຸນໄຊຍະທຳ…

ລາວ ໂທລະຄົມ ​ສໍາເລັດຫຼັກສູດການຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ຊຸດທີ II

ໃນວັນທີ 10 ກັນຍາ 2021 ທີ່ ຫ້ອງປະຊຸມ ສຳນັກງານ​ໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີ​ປິດ​ຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ຊຸດທີ II ໃນຫົວຂໍ້ສະເພາະໃຫ້ ຜູ້ບໍລິຫານນໍາພາ-ຄຸ້ມຄອງ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ (ລລທ) ປະຈໍາປີ 2021 ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ສຸ​ພົນ​ ຈັນທະ​ວີ​ໄຊ ​ເລ​ຂາ​ຄະນະ​ພັກຮາກ​ຖານ, ຜູ້ອໍານວຍການໃຫ່ຍ ລລທ.…

ຂ່າວອື່ນໆ