ຂ່າວຫຼ້າສຸດ

ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ”

ສະຖາບັນໂຍທາທິການ ແລະຂົນສົ່ງ ເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງລະບົບ 45 ວັນຊຸດທີ XXIV

ໃນຕອນເຊົ້າ ຂອງ​ວັນ​ທີ 26 ກັນຍາ 2022, ກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ຮ່ວມກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ​​ເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງລະບົບ 45 ວັນ, ຊຸດທີ XXIV ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງພາຍໃນ​ກະຊວງ, ໃນພິທີ ໃຫ້ກຽດເປັນຄະນະປະທານ ກ່າວເປີດ ທ່ານ ສີລິພອນ ອິນທິລາດ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າສະຖາບັນໂຍທາທິການ ແລະ ຂົນສົ່ງ ແລະທ່ານ ປອ ດາວສະຫວັນ ເຄືອມີໄຊ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ ການສອນ ປະຈຳສົກຮຽນ 2021-2022 ແລະທິດທາງແຜນການຮຽນ-ການສອນສົກຮຽນ 2022-2023

ການຈັດຕັ້ງຫຼັກສູດການຮຽນ-ການສອນ ໃນສົກຮຽນ 2021-2022 ​ຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ເລີ່ມຕົ້ນຂຶ້ນໃນໄລຍະກາງເດືອນສິງຫາ 2021 ເຊິ່ງຢູ່ໃນຊ່ວງໄລຍະທີ່ພົບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍປະການ ເປັນຕົ້ນແມ່ນ ຜົນກະທົບຈາກໄພພິບັດທໍາມະຊາດ ແລະການລະບາດຂອງພະຍາດໂຄວິດ 19 (COVID-19) ທີ່ແຜ່ຂະຫຍາຍເປັນວົງກວ້າງໃນທົ່ວໂລກ ແລະພາກພື້ນ ກໍຄືຢູ່ໃນປະເທດເຮົາ ແລະມີການຂັດແຍ່ງຜົນປະໂຫຍດດ້ານເສດຖະກິດ ລະຫວ່າງ ບັນດາປະເທດມະຫາອໍານາດເຊິ່ງສົ່ງຜົນກະທົບທາງດ້ານເສດຖະກິດ-ການເງິນ ເຊັ່ນ: ລາຄານໍ້າມັນ,  ຄ່າເງິນຕາ, ເຄື່ອງອຸປະໂພກ-ບໍລິໂພກມີການເໜັງຕີງສູງຂຶ້ນເລື້ອຍໆ; ຜົນກະທົບຈາກໄພພິບັດທໍາມະຊາດ ແລະການລະບາດຂອງພະຍາດCOVID 19 ທີ່ແຜ່ຂະຫຍາຍເປັນວົງກວ້າງໃນທົ່ວໂລກ ແລະພາກພື້ນ ກໍຄືຢູ່ໃນປະເທດເຮົາ,…

ຄະນະຜູ້ເເທນ ຂອງສະຖາບັນການເມືອງ ເເລະ ການປົກຄອງເເຫ່ງຊາດ ຢ້ຽມຢາມ ເເລະ ເຮັດວຽກຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 11-16 ກັນຍາ 2022, ຄະນະຜູ້ເເທນ ຂອງສະຖາບັນການເມືອງ ເເລະ ການປົກຄອງເເຫ່ງຊາດ ນໍາໂດຍສະຫາຍ ປອ. ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ເເລະ ການປົກຄອງເເຫ່ງຊາດລາວ ພ້ອມດ້ວຍຄະນະ 9 ທ່ານ ໄດ້ເຂົ້າພົບປະຢ້ຽມຢາມ ເເລະເຮັດວຽກ ຢູ່ສະຖາບັນການເມືອງເເຫ່ງຊາດໂຮ່ຈີມິນ. ສະຫາຍ ປອ. ດາວສະຫວັນ ເຄືອມີໄຊ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ສະຫາຍ ສຈ.ປອ…

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ສຳເລັດການເຝິກອົບຮົມ ວິທີວິທະຍາການຄົ້ນຄວ້າວິທະຍາສາດ ໃຫ້ແກ່ຖັນແຖວພະນັກງານ, ຄູ-ອາຈານ ຂອງສະຖາບັນ ແລະຫ້ອງວ່າການສູນກາງພັກ.

         ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຮ່ວມມືກັບສະຖາບັນດິດວິທະຍາສາດສັງຄົມຫຽດນາມ ໃນການຮ່ວມມືການຄົ້ນຄວ້າວິທະຍາສາດສະຖາບັນ ເພື່ອໃຫ້ມີຖັນແຖວນັກວິທະຍາສາດ ທີ່ພຽງພໍນັບທັງດ້ານປະລິມານ ແລະຄຸນນະພາບ, ມີວິທີວິທະຍາໃນການຄົ້ນຄວ້າທີ່ເໝາະສົມ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຕົວຈິງນັບມື້ນັບສູງຂຶ້ນ. ສະນັ້ນ, ຈຶ່ງໄດ້ຈັດເຝິກອົບຮົມວິທີວິທະຍາການຄົ້ນຄວ້າວິທະຍາສາດຂຶ້ນເປັນເວລາ 5 ວັນ (5 ກັນຍາ-9 ກັນຍາ 2022)          ໃນທິໃຫ້ກຽດເປັນປະທານໃນການເຝິກອົບຮົມໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະໃຫ້ກຽດເປັນວິທະຍາກອນບັນຍາຍຈາກຊ່ຽວຊານ ສະຖາບັນດິດວິທະຍາສາດ…

ຂ່າວອື່ນໆ