ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລົງທັດສະນະສຶກສາ ທີ່ຫ້ອງວາງສະແດງມູນເຊື້ອ ພິທີ​ເປີດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນປະຈຳປີ 2026 ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ

ຊົມເຊີຍຜົນສຳເລັດ ຂອງນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ໃນການຄົ້ນຄວ້າ ທິດສະດີການເມືອງ ແລະ ການປົກຄອງ

         ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປ້ອງກັນບົດຈົບຊັ້ນ ນັກສຶກສາປະລິນຍາຕີຮຸ່ນທີ ຮຸ່ນທີ XXV ໃນວັນທີ 11-12 ກໍລະກົດ 2023, ໂດຍມີ ຄະນະອະນຸກຳມະການປ້ອງກັນບົດ ແລະນັກສຶກສາເຂົ້າຮ່ວມ.          ນັກສຶກສາ ປະລິນຍາຕີ ຮຸ່ນທີ ຮຸ່ນທີ XXVມີທັງໝົດຈໍານວນ 118 ທ່ານ, ຍິງ 30 ທ່ານ ໄດ້ເລີ່ມຮຽນມາແຕ່ປີ 2019-2023 ປະກອບມີ 7ສາຂາຄື:…

ພິທີ​ເປີດ​ການຮຽນ-ການ​ສອນທິດ​ສະ​ດີກາ​ນ​ເມືອງ-ການ​ປົກຄອງ ລະບົບ 45 ວັນ ຊຸດ​ທີ II ​ພາຍໃນຂະແໜງການສຶກສາທິການ ແລະກິລາ ເມືອງນາແລ ​ແຂວງຫຼວງນໍ້າທາ.

ໃນຕອນເຊົ້າ ຂອງວັນ​ທີ 10 ກໍລະກົດ 2023 ​ຢູ່ທີ່ສະໂມສອນ ເມືອງນາແລ ​ແຂວງຫຼວງນໍ້າທາ ໄດ້​ຈັດ​ພິທີ​ເປີດ​ການຮຽນ-ການ​ສອນທິດ​ສະ​ດີກາ​ນ​ເມືອງ-ການ​ປົກຄອງ ລະບົບ 45 ວັນ ຊຸດ​ທີ II ​ໃຫ້​ແກ່​ພະນັກງານ-ລັດຖະກອນພາຍໃນຂະແໜງການສຶກສາທິການ ແລະກິລາ ເມືອງນາແລ ​ແຂວງຫຼວງນໍ້າທາ.ໃຫ້ກຽດ​ເປັນ​ປະທານ ໂດຍ: ​ທ່ານ ປອ ຄໍາພັນ ເຈຍອາ ກຳມະການ​ພັກ​ແຂວງ ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ແລະ​ ການ​ປົກຄອງແຂວງ. ​ເປັນ​ກຽດ​ເຂົ້າ​ຮ່ວມມີ: ​ທ່ານ…

ກອງປະຊຸມສໍາມະນາວິທະຍາສາດ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອຸດົມໄຊ

          ໃນວັນທີ 6 ກໍລະກົດ 2023 ໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດຫົວຂໍ້: ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ບັນດາແຂວງພາກເໜືອ ຢູ່ທີ່ຫ້ອງປະຊຸມ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ໃຫ້ກຽດເປັນປະທານຮ່ວມໂດຍ: ທ່ານ ມໍຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນໍາໂຮງຮຽນການເມືອງ-ການປົກຄອງແຂວງອຸດົມໄຊ ແລະທ່ານ ປອ ດາວສະຫວັນ ເຄືອມີໄຊ ກໍາມະການປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ. ໃນກອງປະຊຸມຍັງມີແຂກເຂົ້າຮ່ວມເຊັ່ນ: ຫ້ອງວ່າ ການປົກຄອງແຂວງ,…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ປິດຊຸດຮຽນ ທິດສະດີການເມືອງ ແລະ ການປົກຄອງ ຊັ້ນກາງ ຮຸ່ນທີ XVIII

         ຊຸດຮຽນທິດສະດິີການເມືອງ ແລະ ການປົກຄອງ ຊັ້ນກາງຮຸ່ນທີ XVIII ເລີ່ມຈັດຕັ້ງປະຕິບັດການຮຽນ-ການສອນ ມາແຕ່ວັນທີ 16 /2/2021 ເປັນຕົ້ນມາ ຮອດວັນທີ 14/6/2023 ສາມາດຈັດຕັ້ງແຜນໂຄງການຫຼັກສູດຮຽນ-ການສອນສໍາເລັດ ລວມເວລາໄລຍະເວລາຈັດຕັ້ງປະຕິບັດທັງໝົດ 16 ເດືອນ (ນັບທັງເວລາພັກພາກຮຽນ 2 ເດືອນ) ຊຸດຮຽນນີ້ ມີນັກສຶກສາທັງໝົດ 65 ສະຫາຍ ຍິງ 17 ສະຫາຍ, ມາຈາກພະແນກການ, ກົມກອງອ້ອມຂ້າງແຂວງ 16…