ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລກປ່ຽນບົດຮຽນ ການສ້າງວາລະສານ ເອເລັກໂຕຣນິກ “ການຕ່າງປະເທດ”

ວາລະສານເອເລັກໂຕຣນິກ “ການຕ່າງປະເທດ”ຂອງກະຊວງການຕ່າງປະເທດ, ເຊິ່ງວາລະສານນີ້ແມ່ນຮັບຜິດຊອບການສ້າງໂດຍ: ກົມການຂ່າວ ຂອງກະຊວງການຕ່າງປະເທດ ໂດຍປະຕິບັດຕາມພາລະບົດບາດ ແລະຕາມທິດຊີ້ນຳຢ່າງໃກ້ຊິດຕິດແທດ ຂອງຄະນະນຳກະຊວງການຕ່າງປະເທດ, ຖືເປັນໜຶ່ງບາດກ້າວສຳຄັນຂອງການປະກອບສ່ວນພັດທະນາວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນຍຸກສະໄໝໃໝ່ທີ່ຖືກຕ້ອງ ແລະສອດຄ່ອງກັບສະພາບການຂອງໂລກໃນປັດຈຸບັນ ທີ່ກຳລັງມີການນໍາໃຊ້ເຕັກໂນໂລຊີທາງດ້ານຂໍ້ມູນຂ່າວສານ ດ້ວຍຫຼາຍຮູບການ, ເຊິ່ງມັນໄດ້ຮຽກຮ້ອງໃຫ້ການນຳສະເໜີຂໍ້ມູນຂ່າວສານຍິ່ງຕ້ອງມີຄວາມວ່ອງໄວ, ທັນສະໄໝ, ມີປະສິດທິພາບ ແລະປະສິດທິຜົນສູງ. ສະນັ້ນ, ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ຈຶ່ງເຫັນໄດ້ຄວາມສຳຄັນ ແລະທິດທາງແຜນການຕໍ່ໜ້າໃນການສ້າງວາລະສານເອເລັກໂຕຣນິກ ຈຶ່ງໄດ້ນຳພາພະແນກວາລະສານ ພ້ອມດ້ວຍຕາງໜ້າພະນັກງານ, ຄູ-ອາຈານໄປແລກປ່ຽນບົດຮຽນກັບວາລະສານ…

ກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ທັດສະນະສຶກສາ ອະນຸສອນສະຖານ  ປະທານ ສຸພານຸວົງ

ການນຳພັກ-ລັດ, ບັນດາສຳນັກງານ, ອົງການອ້ອມຂ້າງໃນນະຄອນຫຼວງວຽງຈັນ ທີ່ຜ່ານມາໄດ້ວາງກະຕ່າດອກໄມ້ເນື່ອງໃນໂອກາດວັນຄ້າຍວັນເກີດ ທີ່ໄດ້ໝູນວຽນມາເຖິງອີກວາລະໜຶ່ງຄົບຮອບ 114 ປີ (13.7.1909-13.7. 2023) ຜູ້ນໍາທີ່ດີເດັ່ນ ແລະເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ສະນັ້ນ, ກຳມະບານຮາກຖານ ຂອງສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຈຶ່ງໄດ້ເປັນສ່ວນໜຶ່ງໃນການທັດສະນະສຶກສາອະນຸສອນສະຖານ ປະທານ ສຸພານຸວົງ ໃນຕອນເຊົ້າຂອງວັນທີ 9 ສິງຫາ 2023 ໂດຍການນຳພາຂອງສະຫາຍ ນ. ອໍາພອນ ບຸນລືໄຕ ປະທານກໍາມະບານ…

ກອງປະຊຸມສຳມະນາວິທະຍາສາດ 6 ແຂວງພາກກາງ-ພາກໃຕ້ ພາຍໃຕ້ຫົວຂໍ້: “ພັດທະນາການທ່ອງທ່ຽວ ແລະເສດຖະກິດ ຢູ່ບັນດາແຂວງພາກກາງ-ພາກໃຕ້ ຢູ່ ສປປ ລາວ”.

ການທ່ອງທ່ຽວທີ່ເປັນຂະແໜງອຸດສາຫະກຳໃໝ່, ເປັນເສດຖະກິດປາຍແຫຼມ ສາມາດບຸກທະລຸສ້າງແຫຼ່ງລາຍຮັບໃຫ້ແກ່ບັນດາແຂວງຕ່າງໆ ມີລາຍໄດ້ສູງຂຶ້ນ ປະກອບສ່ວນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ແກ່ ສປປ ລາວ ເວົ້າລວມ, ໃຫ້ແກ່ບັນດາແຂວງເວົ້າສະເພາະ. ການຄົ້ນຄວ້າຫົວຂໍ້: ການພັດທະນາການທ່ອງທ່ຽວ, ເສດຖະກິດຢູ່ບັນດາແຂວງພາກກາງ-ພາກໃຕ້ ເຫັນວ່າເປັນຫົວຂໍ້ທີ່ມີຄວາມໝາຍທາງດ້ານທິດສະດີ ແລະພຶດຕິກຳໃນປັດຈຸບັນ. ກອງປະຊຸມສຳມະນາວິທະຍາສາດ 6 ແຂວງພາກກາງ-ພາກໃຕ້ຈັດຂຶ້ນໃນວັນທີ 4 ສິງຫາ 2023 ທີ່ສະໂມສອນໂຮງຮຽນການເມືອງ-ການປົກຄອງແຂວງຄຳມ່ວນ, ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ…

ຂ່າວອື່ນໆ