ວັນທີ 10 ພະຈິກ 2026 ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດ, ພາຍໃຕ້ການເປັນປະທານ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.


ໃນວາລະດັ່ງກ່າວ, ບັນດາຜູ້ແທນ ເຊິ່ງເປັນຕາງໜ້າຈາກ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ໄດ້ຂຶ້ນປະກອບຄຳເຫັນ, ຍົກຂໍ້ສະເໜີ ແລະ ຕັ້ງບັນຫາແລກປ່ຽນຢ່າງກົງໄປກົງມາ ໂດຍອີງຕາມ “ຄຳຖາມເຈາະຈີ້ມ” ທີ່ຄະນະຮັບຜິດຊອບກອງປະຊຸມໄດ້ກຳນົດໄວ້ຢ່າງເປັນລະບົບ. ບັນດາປະເດັນທີ່ຖືກນໍາມາປຶກສາຫາລືໃນທີ່ປະຊຸມ ມີຄວາມພົ້ນເດັ່ນ ແລະ ເປັນຮູບປະທຳຢ່າງຍິ່ງ ເປັນຕົ້ນແມ່ນ:
1. ການປຶກສາຫາລືກ່ຽວກັບຫຼັກສູດຝຶກອົບຮົມ: ບັນດາຜູ້ແທນໄດ້ສຸມໃສ່ປະກອບຄຳເຫັນ ຕໍ່ກັບແຜນການປັບປຸງຫຼັກສູດຝຶກອົບຮົມ “ຄູການເມືອງ” ຈາກ 3 ເດືອນ ມາເປັນ 1 ເດືອນ ພ້ອມທັງເຈາະຈີ້ມເຖິງການປັບປຸງເນື້ອໃນກຸ່ມວິຊາຕ່າງໆ ໃຫ້ສອດຄ່ອງກັບການສິດສອນໃນຍຸກປັດຈຸບັນ.
2. ການບໍລິຫານ-ຄຸ້ມຄອງການຮຽນ-ການສອນ: ມີການແລກປ່ຽນບົດຮຽນກ່ຽວກັບຄວາມສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດຫຼັກສູດທິດສະດີການເມືອງຂັ້ນຕົ້ນ ແລະ ຂັ້ນກາງ, ການແນະນຳການຂຽນບົດປະເມີນ ແລະ ບົດປ້ອງກັນຈົບຊັ້ນ, ຕະຫຼອດຮອດການກັ່ນຕອງມາດຖານເປົ້າໝາຍ “ສົ້ນເຂົ້າ” ຂອງນັກສຶກສາໃຫ້ຮັດກຸມກວ່າເກົ່າ.
3. ການປະຕິບັດມາດຖານ ແລະ ຕົວຊີ້ວັດ: ໄດ້ພ້ອມກັນທົບທວນ ແລະ ສະເໜີມຸມມອງຕໍ່ກັບຕົວຊີ້ວັດໃນຂໍ້ແຂ່ງຂັນ “ໂຮງຮຽນສອນດີ-ສອນເກັ່ງ” ແລະ ມາດຖານໂຮງຮຽນພັດທະນາທີ່ມີຄຸນນະພາບ ເພື່ອໃຫ້ແທດ ເໝາະກັບຄວາມສາມາດຕົວຈິງຂອງແຕ່ລະທ້ອງຖິ່ນ.
ພາຍຫຼັງທີ່ບັນດາໂຮງຮຽນທ້ອງຖິ່ນໄດ້ ຍົກຄຳຖາມ ແລະ ຂໍ້ສະເໜີຂຶ້ນ ມາສະແດງທັດສະນະແລ້ວ, ຕາງ ໜ້າຈາກຫ້ອງການ, ບັນດາກົມ, ຄະນະຕ່າງໆ ແລະ ສູນຕ່າງໆ ພາຍໃນ ສມປຊ ກໍໄດ້ຂຶ້ນຕອບຄຳຖາມ, ຊີ້ແຈງ ແລະ ມີຄຳເຫັນຕໍ່ກັບທຸກ ຂໍ້ສະເໜີ ແລະ ບັນຫາຂໍ້ຂ້ອງໃຈຂອງບັນດາແຂວງ/ນະຄອນຫຼວງຢ່າງຈະແຈ້ງ, ເລິກເຊິ່ງ ແລະ ເປັນວິທະຍາສາດ.
ການຕອບຄຳຖາມເຈາະຈີ້ມ ແລະ ການແລກປ່ຽນແບບສາຍຕັ້ງ-ສາຍຂວາງໃນຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງ ບັນຍາກາດປະຊາທິປະໄຕພາຍໃນພັກ, ຊ່ວຍແກ້ໄຂບັນຫາທີ່ຕິດຄັດໃນໄລຍະຜ່ານມາ, ສ້າງຄວາມຮັບຮູ້ເປັນເອກະພາບກັນໃນທົ່ວລະບົບ ແລະ ຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານກໍ່ສ້າງ-ບຳລຸງພະນັກງານ ໃນສົກປີ 2026-2027 ທີ່ຈະມາເຖິງ ໄດ້ຮັບຜົນສຳເລັດ ແລະ ມີຄຸນນະພາບສູງຂຶ້ນກວ່າເກົ່າ.


——————————
ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ