ໃນວັນທີ 25 ມິຖຸນາ 2026 ຜ່ານມານີ້, ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງ ເມືອງໜອງແຮດ ໄດ້ພົບປະແລກປ່ຽນບົດຮຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ກັບການນໍາເມືອງໜອງແຮດ ນໍາພາໂດຍ ທ່ານ ປອ ເພັດສະໜອນ ດວງປະເສີດ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ, ພ້ອມດ້ວຍຄູ-ອາຈານ ແລະນັກສຶກສາທິດສະດີການເມືອງ ຂັ້ນກາງ  ຮຸ່ນທີ V  ຈໍານວນ 62 ທ່ານ, ຍິງ 15 ທ່ານ, ພາຍໃຕ້ການເປັນປະທານ ແລະການຕ້ອນ ຮັບ ທ່ານ ຄໍາບູ່ ວັນນະບຸນມາ ກໍາມະການພັກເມືອງ, ຮອງປະທານຄະນະກໍາມະການປົກຄອງ ເມືອງໜອງແຮດ ແລະຫ້ອງການທີ່ກ່ຽວຂ້ອງ ເຂົ້າຮ່ວມຕ້ອນຮັບຢ່າງພ້ອມພຽງ.


ໃນໂອກາດນີ້ ທ່ານ ປອ ເພັດສະໜອນ ດວງປະເສີດ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຂຶ້ນລາຍງານສະພາບການໂດຍຫຍໍ້ ກ່ຽວກັບການມາແລກປ່ຽນບົດຮຽນ ຢູ່ຫ້ອງວ່າການປົກຄອງເມືອງໜອງແຮດ ໃນຄັ້ງນີ້ ເຊິ່ງທ່ານໄດ້ກ່າວວ່າ ການມາແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນການນໍາພານັກສຶກສາທິດສະດີການເມືອງ ຂັ້ນກາງ  ຮຸ່ນທີ V ທີ່ໃກ້ຈະສໍາເລັດການຮຽນ-ການສອນ ທາງດ້ານທິດສະດີ, ຕາມການແຜນການເຄື່ອນໄຫວຂອງໂຮງຮຽນ ເຊິ່ງໄດ້ຈັດຕັ້ງປະຕິບັດເລີ່ມແຕ່ວັນທີ 20 ມັງກອນ 2026 ເປັນຕົ້ນມາ ຄາດວ່າຈະສໍາເລັດໃນທ້າຍເດືອນ ກໍລະກົດ ນີ້. ສະນັ້ນ, ຈຶ່ງໄດ້ນໍາພານັກສຶກສາຊຸດດັ່ງກ່າວມາທັດສະນະສຶກສາ ແລກປ່ຽນບົດຮຽນ ຕິດຕາມເກັບກໍາເອົາບົດຮຽນ ແລະພຶດຕິກໍາຕົວຈິງ ເພື່ອນໍາເອົາບົດຮຽນດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍໃຫ້ມີຜົນສໍາເລັດ ຢູ່ໃນກົມກອງຂອງຕົນ. ພ້ອມດຽວກັນນີ້, ທ່ານ ຄໍາບູ່ ວັນນະບຸນມາ ກໍາມະການພັກເມືອງ, ຮອງປະທານຄະນະກໍາມະການປົກຄອງ ເມືອງໜອງແຮດ ໄດ້ລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງເມືອງໜອງແຮດ ເຊິ່ງທ່ານໄດ້ກ່າວວ່າຕະຫຼອດໄລຍະຜ່ານມາ ກໍໄດ້ມີການຊີ້ນໍາ-ນໍາພາຫຼາຍດ້ານ ເຊັ່ນ: ດ້ານເສດຖະກິດ, ດ້ານສາທາລະນະສຸກ, ວຽກງານວັດທະນະທໍາ ແລະການທ່ອງທ່ຽວ; ວຽກງານພົວພັນຕ່າງປະເທດ.

ໃນຕອນທ້າຍພິທີບັນດາຄູອາຈານ ແລະນັກສາສາໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຍັງໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ເປັນຕົ້ນແມ່ນ ບົດຮຽນທີ່ພົ້ນເດັ່ນ ໃນການນໍາພາ-ຊີ້ນໍາ ຂອງພັກ ຕໍ່ລະບົບການເມືອງ ຢູ່ຮາກຖານ; ທ່າແຮງບົ່ມຊ້ອນ ໃນການພັດທະນາເສດຖະກິດ-ສັງຄົມ; ບົດຮຽນໃນການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ; ບົດຮຽນທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ  ແລະນະໂຍບາຍການພົວພັນຮ່ວມມື ກັບຕ່າງປະເທດ ແລະຕາງໜ້ານັກສຶກຍັງໄດ້ອ່ານບົດກອນອວຍພອນການນໍາເມືອງ. ຈາກນັ້ນຄະນະທິມງານຄູອາຈານ ແລະນັກສຶກສາໄດ້ມອບກະຕ່າຂອງຂວັນໃຫ້ແກ່ການນໍາເມືອງໜອງແຮດ ພ້ອມທັງໄດ້ຖ່າຍຮູບລວມ ເພື່ອເປັນທີ່ລະນຶກ ແລະຜູກແໜ້ນຄວາມສາມັກຄີໄມຕີຈິດມິດຕະພາບເຊິ່ງກັນ ແລະກັນ. ພ້ອມກັນນັ້ນ, ຍັງໄດ້ໄປທ່ຽວຊົມ ແລະຟັງການລາຍງານ ສະພາບລວມ ຂອງບໍລິສັດ ເອ.ດີ.ເອັນ ຂຸດຄົ້ນຖ່ານຫີນ ຢູ່ເຂດຄັງພະນຽມ.

ຂ່າວ/ພາບ: ນ. ຄໍາເພັດ ບຸນນະຈັນ

(ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ)
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ