ປະຕິບັດຕາມມະຕິ ຂອງຄະນະປະຈໍາພັກແຂວງວຽງຈັນ ວ່າດ້ວຍການອະນຸມັດເລື່ອນ ສະມາຊິກພັກສໍາ ຮອງເປັນສະມາຊິກພັກສົມບູນ ເລກທີ 352/ຄປພ,ວຈ, ລົງວັນທີ 18 ກັນຍາ 2020. ດັ່ງນັ້ນ ໃນຕອນບ່າຍ ຂອງວັນທີ 25 ກັັັັັັນຍາ 2020 ໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງວຽງຈັນ, ຈຶ່ງໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບູນ ຢ່າງເປັນທາງການ. ເປັນກຽດເຂົ້າຮ່ວມໃນພິທີ ມີສະຫາຍ ສົມຄິດ ອິນທະວົງ ເລຂາໜ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງແຂວງວຽງຈັນ, ມີ ຜູ້ຕາງໜ້າຈາກຄະນະຈັດຕັ້ງ ແຂວງວຽງຈັນ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສໍາຮອງທີ່ເປັນ ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມເປັນຈໍານວນທັງໝົດ 78 ສະຫາຍ, ຍິງ 28 ສະຫາຍ.

ສະມາຊິກພັກສໍາຮອງທີ່ໄດ້ຮັບການອະນຸມັດເລື່ອນຂຶ້ນເປັນສະມາຊິກພັກສົມບູນໃນເທື່ອນີ້ ມີ 1 ສະຫາຍ, ເຊິ່ງເປັນນັກສຶກສາທິດສະດີການເມືອງ ແລະ ການປົກຄອງ ຊັ້ນກາງຮຸ່ນທີ XIII ເນື່ອງຈາກວ່າສະຫາຍໄດ້ຜ່ານ ການຝຶກຝົນຫຼໍ່ຫຼອມຕົນເອງໃນສະໄໝສໍາຮອງເປັນເວລາ 12 ເດືອນ ແລະຄົບມາດຖານເງື່ອນໄຂ ຕາມກົດລະບຽບ ຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ X ປະການ.

            ໃນຕອນທ້າຍພິທີ ສະຫາຍເລຂາໜ່ວຍພັກ ຍັງໄດ້ໂອ້ລົມຕັກເຕືອນສະຫາຍ ເຊິ່ງໄດ້ເນັ້ນໜັກກ່ຽວກັບ ການປະຕິບັດສິດ, ໜ້າທີ່ ແລະ ຂໍ້ຫ້າມ ຂອງສະມາຊິກພັກ ເພື່ອເປັນເຂັມຊີ້ທິດເຍືອງທາງໃນການຝຶກຝົນຫຼໍ່ຫຼອມ ຕົນເອງໃຫ້ກາຍເປັນສະມາຊິກພັກຜູ້ດີເດັ່ນ ເປັນແບບຢ່າງໃຫ້ແກ່ມະຫາຊົນໃນທຸກດ້ານ.

ບັນນາທິການ: ຄອນສະຫວັນ ແສນຍານຸພາບ
ຂ່າວ/ພາບ: ສະຫວ່າງ ຊາມຸນຕີ