ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ໂຮງຮຽນການ​ເມືອງ ​ແລະການ​ປົກຄອງ​ແຂວງຕ້ອນຮັບການ​ມາ​ຢ້ຽມ​ຢາມ ແລະມອບ​ອຸ​ປະ​ກອນ​ກິ​ລາ ຂອງພະ​ແນ​ກການ​ເງິນ ​ແຂວງ​ຊຽງຂວາງ

ໂດຍ​ຕອບ​ສະໜອງຕາມ​ການ​ເຊື້ອ​ເຊີນ ຂອງ​ຄະນະ​ພັກ, ຄະນະ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງ​ແຂວງ​ຊຽງຂວາງ. ສະ​ນັ້ນ, ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 7 ສິງຫາ 2024 ທ່ານ ສອນ​ໄຊ ພໍ​ລະ​ສິມ ວ່າການ​ຫົວໜ້າພະ​ແນ​ກການ​ເງິນ​ແຂວງ ພ້ອມ​ດ້ວຍ​ຄະນະ, ພະນັກງານ ພະ​ແນ​ກການ​ເງິນ​ແຂວງ ​ໄດ້​ມາ​ຢ້ຽມຢາມ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງ​ແຂວງ ​​ໃຫ້ກຽດກ່າວ​ຕ້ອນຮັບ​ໂດຍ ທ່ານ ສີວ​ອນ ບຸດ​ດາ​ຈັນ ກຳມະການ​ພັກ​ແຂວງ ຫົວໜ້າ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງ​ແຂວງ, ​ໂອກາດ​ນີ້ ທ່ານ…

ເຊື່ອມຊຶມເອກະສານສໍາຄັນຂອງພັກ

ເພື່ອເປັນການລະນຶກເຖິງບຸນຄຸນ ແລະຮໍ່າຮຽນເອົາບຸນສົມບັດອັນດີງາມ ຂອງອະດີດການນໍາຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະແມ່ນ ປະທານສຸພານຸວົງ ແລະເພື່ອສ້າງຄວາມຮັບຮູ້ອັນເລິກເຊິ່ງ ແລະມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕໍ່ກັບລະບຽບນິຕິກຳຕ່າງໆທີ່ພັກ-ລັດໄດ້ວາງອອກໃນແຕ່ລະໄລຍະນັ້ນ. ດັ່ງນັ້ນ, ໃນຕອນເຊົ້າຂອງວັນທີ 08 ສິງຫາ 2024 ຢູ່ທີ່ ສະໂມສອນໃຫຍ່ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ຈັດພິທີເລົ່າຄືນຜົນງານ ແລະແບບແຜນການດຳລົງຊີວິດຂອງ ປະທານສຸພານຸວົງ ແລະມີເຊື່ອມຊຶມບັນດາເອກະສານທີ່ສໍາຄັນຂອງພັກຂຶ້ນ, ໂດຍພາຍໃຕ້ການເປັນປະທານ ແລະໃຫ້ໃນການເຜີຍແຜ່ຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ…

ກອງປະຊຸມໃຫຍ່ ສະມາຊິກພັກ ຂອງໜ່ວຍພັກຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ

ໃນຕອນເຊົ້າຂອງວັນທີ 02/08/2024 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກ H ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໜ່ວຍພັກຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ໄດ້ເປີດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ VII ຂອງຕົນຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສະຫາຍ ປທ ນາງ…

ການນຳຂັ້ນສູງຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຄື່ອນໄຫວເຮັດວຽກ ຢູ່ ໂຮງຮຽນພັກ ແຂວງຢຸນນານ ສປ ຈີນ

ໃນລະຫວ່າງວັນທີ 15-19 ກໍລະກົດ 2024 ການນໍາຂັ້ນສູງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ນໍາພາໂດຍ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສະຖານບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ພ້ອມຄະນະໄປຢ້ຽມຢາມແລກປ່ຽນບົດຮຽນການຄົ້ນຄວ້າວິທະຍາສາດ ຢູ່ໂຮງຮຽນການປົກຄອງແຂວງຢຸນນານ ສປ ຈີນ. ໃຫ້ກຽດຕ້ອນຮັບຂອງ ທ່ານ ຢາງຈີ້ ຮອງປະທານຄະນະບໍລິຫານງານພັກແຂວງ ຢຸນນານ, ຜູ້ປະຈໍາການ, ຮອງຫົວໜ້າໂຮງຮຽນການປົກຄອງ ແຂວງຢຸນນານ,…

ຂ່າວອື່ນໆ