ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ III

ໂດຍປະຕິບັດຕາມ ຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວດ້ານວິຊາການຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະນະຄອນຫຼວງ, ສະບັບເລກທີ 1131/ສມປຊ, ລົງວັທີ 24 ຕຸລາ 2019, ຕາມຂໍ້ຕົກລົງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງຂັ້ນກາງຮຸ່ນທີ III ສະບັບເລກທີ 1460/ ສມປຊ, ນະຄອນຫຼວງວຽງຈັນ, ລົງວັນທີ 25 ຕຸລາ 2024, ຕາມມະຕິຂອງຄະນະປະຈໍາພັກແຂວງຊຽງຂວາງ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງຂັ້ນກາງຮຸ່ນທີ III ປະຈໍາປີ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຈັດພິທີປິດຊຸດຮຽນທິດສະດີການເມືອງຂັ້ນສູງລະບົບ 9 ເດືອນ ຮຸ່ນທີ V

ໃນຕອນບ່າຍ ວັນທີ 24ຕຸລາ 2024ຢູ່ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດຮຽນ ແລະມອບໃບຢັ້ງຢືນທິດສະດີການເມືອງຂັ້ນສູງ ໃຫ້ນັກສຶກສາທິດສະດີການເມືອງຂັ້ນສູງລະບົບ 9 ເດືອນຮຸ່ນທີ V, ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ,​ ຄະນະນໍາ ສປມຊ, ມີແຂກຮັບເຊີນ, ມີພະນັກງານ, ຄູ-ອາຈານ…

ຄະນະການນຳ ສມປຊ ໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ ສສ ຫວຽດນາມ

ໂດຍຕອບສະໜອງຕາມການເຊີນຂອງສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ, ໃນວັນທີ 08-12 ຕຸລາ 2024ທີ່ຜ່ານມາຄະນະຜູ້ແທນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນຳໂດຍ: ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສມປຊ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ ແລະແລກປ່ຽນບົດຮຽນຢູ່ ສສ ຫວຽດນາມຢ່າງເປັນທາງການ. ການເດີນທາງໄປຢ້ຽມຢາມ ແລະແລກປ່ຽນບົດຮຽນຄັ້ງນີ້ຄະນະຜູ້ແທນ ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ແມ່ນໄດ້ພົບປະສອງຝ່າຍຮ່ວມກັບສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ເຊິ່ງເປັນກຽດຕ້ອນຮັບ ໂດຍ: ສະຫາຍ…

ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ​ເປີດ​ຮຽນ​ທິດ​ສະ​ດີກາ​ນ​ເມືອງຂັ້ນກາງ ຮຸ່ນທີ II ຂອງ ແຂວງຫຼວງນໍ້າທາ

ໃນຕອນເຊົ້າ ຂອງວັນທີ 11 ຕຸລາ 2024 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ເປີດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ II ຂອງແຂວງຫຼວງນໍ້າທາ, ໂດຍການເປັນປະທານ ຂອງ ທ່ານ ຄໍາພັນ ເຈຍອາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ເປັນກຽດເຂົ້າຮ່ວມ ຂອງ ທ່ານ ຮອງ ສດ ອາຈານ ພູວົງ ອຸ່ນຄໍາແສນ…

ຂ່າວອື່ນໆ