ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ກອງປະຊຸມຜ່ານບົດລາຍງານການເມືອງ ແລະ ທາບທາມບຸກຄະລາກອນ ກະກຽມກອງປະຊຸມໃຫ່ຍຂອງສະມາຊິກຊາວໜຸ່ມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄັ້ງທີ VI

ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມຜ່ານບົດລາຍງານການເມືອງ ແລະທາບທາມບຸກຄະລາກອນ ເພຶ່ອກະກຽມກອງໃຫຍ່ຂອງສະມາຊິກຊາວໜຸ່ມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄັ້ງທີ VI ຂອງຕົນຂຶ້ນໃນຕອນເຊົ້າວັນທີ 11 ທັນວາ 2024 ທີ່ສະໂມສອນໃຫຍ່ ສມປຊ, ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ, ຄະນະນໍາ ສມປຊ, ມີຄະນະຊາວໜຸ່ມ…

ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຄັ້ງທີ VI

ໃນຕອນເຊົ້າວັນທີ 6 ທັນວາ 2024 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມໃຫຍ່ສະມະຊິກສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງທີ VI. ໃຫ້ກຽດເປັນປະທານໂດຍ: ທ່ານ ນາງ ອາລີວົງ ໜໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ທ່ານ ປອ…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ( 2 ທັນວາ 1975-2 ທັນວາ 2024) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ແລະເຊື່ອມຊຶມການເຜີຍແຜ່ເອກະສານການນໍາໃຊ້ສື່ສັງຄົມອອນລາຍ ໃຫ້ມີຄວາມປອດໄພ.

ໂດຍປະຕິບັດຕາມຄໍາແນະນໍາ ຂອງອົງຄະນະພັກແຂວງ ສະບັບເລກທີ 06/ຄປພຂ, ຊຽງຂວາງ, ລົງວັນທີ 21 ພະຈິກ 2024 ເລື່ອງ: ການຈັດຕັ້ງໂຄສະນາ-ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ແລະ ແຈ້ງການ ຂອງຄະນະກຳມະການຄຸ້ມຄອງອິນເຕີເນັດ ແລະ ແກ້ໄຂບັນຫາສື່ສັງຄົມອອນລາຍ ສະບັບເລກທີ…

ຄະນະຜູ້ແທນ ຈາກສະຖາບັນການປົກຄອງ ແຂວງກຸຍໂຈ ສປ ຈີນ ລົງມາຢ້ຽມຢາມ ແລະເຮັດວຽກຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແລະຢູ່ ສປປ ລາວ

ໃນຕອນແລງວັນທີ 06 ທັນວາ 2024 ທີ່ຫ້ອງຮັບແຂກຕຶກ 5ຊັ້ນ, ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບ ທ່ານ ວູ ກາງພິງ ຜູ້ປະຈໍາການ, ຄະນະກໍາມະການພັກແຂວງກຸຍໂຈຮອງຫົວໜ້າໂຮງຮຽນພັກ ແຂວງກຸຍໂຈ ສປຈີນ ພ້ອມດ້ວຍຄະນະເຊິ່ງມີແຂກເຂົ້າຮ່ວມທັງໝົດ 15ທ່ານ,…

ຂ່າວອື່ນໆ