ຂ່າວຫຼ້າສຸດ

ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ 7 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາຈັດກອງປະຊຸມສຳມະນາວິທະຍາສາດ ຜັນຂະຫຍາຍແນວຄິດໄກສອນ ພົມວິຫານ ເຂົ້າໃນວຽກງານສຶກສາ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບວຽກງານສະພາວິທະຍາສາດປະຈຳປີ 2022 ແລະທິດທາງແຜນການ 2023

         ໃນຕອນເຊົ້າວັນທີ 28 ມີນາ 2023 ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ສມປຊ, ຫົວໜ້າ ສມປຊ ໄດ້ໃຫ້ກຽດເປັນປະທານກອງປະຊຸມສາມັນສະພາວິທະຍາສາດ ສະຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ແຫ່ງ​ຊາດ ຊຸດທີ V ພ້ອມດ້ວຍສະມາຊິກສະ ພາວິທະຍາສາດແຕ່ລະຄະນະຕ່າງໆ ເພື່ອສະຫຼຸບວຽກງານສະພາວິທະຍາສາດ.          ສະພາບລວມຂອງສະພາວິທະຍາສາດ ສມປຊ ໄດ້ຮັບການແຕ່ງຕັ້ງ ຈາກຄະນະເລຂາທິການສູນກາງພັກ ຕາມ​ມະຕິ​ຕົກລົງ ສະບັບເລກທີ279/ຄລສພ,…

ສຳ​ມະ​ນາ​ວິທະຍາສາດ “​ແນວ​ຄິດ​ ໄກສອນ ພົມວິຫານ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ເງິນ-ງົບປະມານ ຢູ່ ສປປ ລາວ”

       ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ ແນວ​ຄິດ​ ໄກສອນ ພົມວິຫານ ກ່ຽວກັບວຽກງານການເງິນ-ງົບປະມານຢູ່ ສປປລາວເປັນຫົວຂໍ້ໜຶ່ງທີ່​ມີ​ເນື້ອ​ໃນ ​ແລະ​ຄວາມ​ໝາຍ​ສຳຄັນ​ເປັນ​ຢ່າງ​ຍິ່ງ, ຄື​ພວກ​ເຮົາ​ໄດ້​ຮູ້​ດີ​ວ່າ: ປະທານ ​ໄກສອນ ພົມວິຫານ ນັກ​ຮັກ​ຊາດ​ທີ່​ຍິ່ງ​ໃຫຍ່, ວິລະ​ບູລຸດຂອງ​ຊາດ​ລາວ ປະທານ​ໄດ້​ກາຍ​ເປັນ​ຕົວ​ແທນ​ລວມຍອດ​ແຫ່ງ​ຄວາມ​ຮັກ​ຊາດ ​ແລະ​ເປັນ​ສັນຍາ​ລັກ​ແຫ່ງ​ຊາດ​ລາວ​ ວິລະ​ຊົນຄົນ​ລາວ​ພິລະ​ອາດ​ຫານ.          ສະນັ້ນ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຮ່ວມກັບກະຊວງການເງິນເປີດກອງປະຊຸມສຳມະນາຂຶ້ນໃນວັນທີ 29 ມີນາ 2023 ຢູ່ທີ່ກະຂວງການເງິນພາຍໃຕ້ການເປັນປະທານໂດຍ: ທ່ານ ​ປອ ດາວສະຫວັນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະອາຈານ ຈາກມະຫາວິທະຍາໄລ ນອດທ໌-ຊຽງໃໝ່ ປະເທດໄທ

ໃນຕອນເຊົ້າວັນທີ 23 ມີນາ 2023 ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີການຕອນຮັບຄະນະອາຈານ ຈາກມະຫາວິທະຍາໄລ ນອດທ໌-ຊຽງໃໝ່ ປະເທດໄທ ທີ່ເດີນທາງມາຢ້ຽມຢາມ ແລະແລກປ່ຽນບົດຮຽນກັບ ສະຖາບັນການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາພາຄະນະໂດຍທ່ານ ຮສ ດຣ ພິທາກອນ ທະນິດເບນຈະສິດ ຮອງອະທິການບໍດີ, ຮັກສາການຄະນະບໍດີວິທະຍາໄລນານາຊາດ  ແລະໃຫ້ກຽດຕ້ອນຮັບໂດຍ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ…

ກອງປະຊຸມກາງສະໄໝ ຄັ້ງທີ v ຂອງອົງຄະນະພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

         ວັນທີ 20-21 ມີນາ 2023 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດກອງປະຊຸມກາງສະໄໝ ຄັ້ງທີ V ຂອງຕົນຂຶ້ນ, ຊຶ່ງໃຊ້ເວລາ 2 ວັນ ເພື່ອສະຫຼຸບຕີລາຄາການນໍາພາປະຕິບັດມະຕິມະຕິກອງປະຊຸມໃຫຍ່ຄັ້ງທີ V ໃນໄລຍະ 2 ປີ ເຄິ່ງທີ່ຜ່ານມາ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍໍລິຫານງານພັກ ສມປຊ, ມີຜູ້ຕາງໜ້າຄະນະຈັດຄັ້ງສູນກາງພັກ,…

ຂ່າວອື່ນໆ