ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍົກສູງຄວາມຮູ້ຄວາມສາມາດ ຕໍ່ກັບວຽກງານຂ່າວສານ ໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຍົກສູງບົດບາດຕໍ່ກັບວຽກງານຂໍ້ມູນຂ່າວສານ ການເຄື່ອນໄຫວພາຍໃນເປັນຕົ້ນ: ຂ່າວກ່ຽວກັບ ວຽກງານການເມືອງ-ການປົກຄອງ, ວຽກງານການຮຽນ-ການສອນ, ວຽກງານສອບເສັງພາຍໃນ-ຕ່າງແຂວງ, ການເຄື່ອນໄຫວຂອງ ນັກສຶກສາ ແລະອື່ນໆ. ຊຶ່ງທັງໝົດເລົ່ານີ້ ສມປຊ ຕ້ອງໄດ້ປະສານງານເອົາຂໍ້ມູນຕ່າງໆມາຂຽນຂ່າວ ແລ້ວນຳສະເໜີລົງເວັບໄຊ ສມປຊ (www.nappa.gov.la) ເພື່ອໃຫ້ສື່ມວນຊົນໄດ້ເຂົ້າຢ້ຽມຊົມຮັບຮູ້ຂ່າວສານການເຄື່ອນໄຫວຂອງ ສມປຊ. ສະນັ້ນໃນວັນທີ 03 ມີນາ ທີ່ຜ່ານມາ, ພະແນກຄົ້ນຄວ້າວິໄຈຂ່າວ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ສມປຊ ຈຶ່ງໄດ້ຈັດພິທີເຝິກອົບຮົມວຽກງານຂ່າວສານ…