ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລົງທັດສະນະສຶກສາ ທີ່ຫ້ອງວາງສະແດງມູນເຊື້ອ ພິທີ​ເປີດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນປະຈຳປີ 2026 ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ

ບົດຮຽນ 40 ປີ ແຫ່ງການປ່ຽນແປງໃໝ່ ແລະພັດທະນາ ຢູ່ ສປປ ລາວ ແລະ ສສ ຫວຽດນາມ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ (NAPPA)ໄດ້ເປັນເຈົ້າພາບຈັດກອງປະຊູມສຳມະນາວິທະຍາສາດສາກົນ 4 ສະຖາບັນ ປະຈໍາປີ 2024 ທີ່ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ສປປ ລາວ ເຊິ່ງເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ (LASES), ສະຖາບັນບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ (HCMA) ຢູ່ ພາຍໃຕ້ຫົວຂໍ້: “ບົດຮຽນ 40 ປີ ແຫ່ງການປ່ຽນແປງໃໝ່…

ພິທີປິດຊຸດຮຽນຂອງໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ

ໃນຕອນເຊົ້າ ຂອງວັນ​ທີ 26 ມີຖຸນາ 2024ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໄດ້ຈັດພິທີມອບໃບປະກາດ ແລະພ້ອມທັງປິດຊຸດຮຽນທິດສະດີການເມືອງ-ການປົກຄອງລະບົບຂັ້ນຕົ້ນຮຸ່ນທີ II, ໂດຍການເປັນປະທານ ຂອງສະຫາຍ ປອ ຄຳພັນ ເຈຍອາ ກຳມະການພັກແຂວງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ໃຫ້ກຽດເຂົ້າຮ່ວມໃນພິທີ ເປັນກຽດເຂົ້າຮ່ວມຂອງທ່ານຈັນທອງແກ້ວປະເສີດຮອງເລຂາພັກແຂວງຫົວໜ້າຄະນະຈັດຕັ້ງ ແຂວງຫຼວງນໍ້າທາ, ມີແຂກຖືກເຊີນ, ຕະຫຼອດຮອດພະນັກງານຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ຄຳຟອງ ລາດຊະພົນ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງໄດ້ຕີລາຄາການຈັດຕັ້ງປະຕິບັດການຮຽນ-ການສອນທິດສະດີການເມືອງ-ການປົກຄອງລະບົບຂັ້ນຕົ້ນຮຸ່ນທີII ປີ…

ກອງປະຊຸມໃຫຍ່ສະຫະພັນແມ່ຍິງຮາກຖານເສດຖະກິດຄອບຄົວຄັ້ງທີ  lV

ໃນຕອນເຊົ້າວັນທີ 26ມິຖຸນາ 2024ທີ່ຫ້ອງປະຊຸມຊັ້ນ 3ຫ້ອງ 302ຕຶກຫັດ ສະຫະພັນແມ່ຍິງຮາກຖານເສດຖະ ກິດຄອບຄົວ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ lVຂອງຮາກຖານຕົນເອງຂຶ້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ນາງ ອານົງ ຂັນທະຍົງ ຮອງຫົວໜ້າຄະນະບໍລິຫານສາດ, ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ ສມປຊ, ມີສະຫາຍ ນ. ລາລີວັນ ວົງພະຈັນ ຫົວໜ້າພະແນກອົງການຈັດຕັ້ງ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ມີທ່ານ ປອ ແພງສອນ ຄູນທອງຄໍາ ເລຂາໜ່ວຍພັກບໍານານ ແລະບັນດາແຂກຮັບເຊີນຈາກບັນດາຮາກຖານແມ່ຍິງອ້ອມຂ້າງລວມທັງໝົດ…

ຄະນະຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລົງຖອດຖອນບົດຮຽນຢູ່ ແຂວງ ຫຼວງນໍ້າທາ

ວັນທີ 21 ມິຖຸນາ 2024 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ-ການປົກຄອງແຂວງຫຼວງນໍ້າທາ ໄດ້ຈັດຕັ້ງກອງປະຊຸມຖອດຖອນບົດຮຽນການປະຕິບັດຫຼັກສູດການຮຽນ-ການສອນຂຶ້ນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຫຼວງນໍ້າທາ, ມີທ່ານ ປອ ຄຳພັນ ເຈອາ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຫົວໜ້າກົມຄຸ້ມຄອງການຮຽນ – ການສອນ ສະຖາບັນກນເມືອງ ແລະ…