ຂ່າວຫຼ້າສຸດ

ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ 7 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາຈັດກອງປະຊຸມສຳມະນາວິທະຍາສາດ ຜັນຂະຫຍາຍແນວຄິດໄກສອນ ພົມວິຫານ ເຂົ້າໃນວຽກງານສຶກສາ ກອງປະຊຸມສຳມະນາວິທະຍາສາດຊາວໜຸ່ມ 3 ຝ່າຍສຸມໃສ່ຫັນເປັນທັນສະໄໝ

ເຊື່ອມຊຶມເອກະສານສໍາຄັນຂອງພັກ

          ເພື່ອເປັນການລະນຶກເຖິງບຸນຄຸນ ແລະຮໍ່າຮຽນເອົາບຸນສົມບັດອັນດີງາມ ຂອງອະດີດການນໍາຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະແມ່ນ ປະທານສຸພານຸວົງ ແລະເພື່ອສ້າງຄວາມຮັບຮູ້ອັນເລິກເຊິ່ງ ແລະມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕໍ່ກັບລະບຽບນິຕິກຳຕ່າງໆທີ່ພັກ-ລັດໄດ້ວາງອອກໃນແຕ່ລະໄລຍະນັ້ນ. ດັ່ງນັ້ນ, ໃນຕອນເຊົ້າຂອງວັນທີ 08 ສິງຫາ 2024 ຢູ່ທີ່ ສະໂມສອນໃຫຍ່ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ຈັດພິທີເລົ່າຄືນຜົນງານ ແລະແບບແຜນການດຳລົງຊີວິດຂອງ ປະທານສຸພານຸວົງ ແລະມີເຊື່ອມຊຶມບັນດາເອກະສານທີ່ສໍາຄັນຂອງພັກຂຶ້ນ, ໂດຍພາຍໃຕ້ການເປັນປະທານ ແລະໃຫ້ໃນການເຜີຍແຜ່ຂອງ ທ່ານ…

ກອງປະຊຸມໃຫຍ່ ສະມາຊິກພັກ ຂອງໜ່ວຍພັກຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ

         ໃນຕອນເຊົ້າຂອງວັນທີ 02/08/2024 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກ H ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໜ່ວຍພັກຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ໄດ້ເປີດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ VII ຂອງຕົນຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ…

ການນຳຂັ້ນສູງຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຄື່ອນໄຫວເຮັດວຽກ ຢູ່ ໂຮງຮຽນພັກ ແຂວງຢຸນນານ ສປ ຈີນ

          ໃນລະຫວ່າງວັນທີ 15-19 ກໍລະກົດ 2024 ການນໍາຂັ້ນສູງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ນໍາພາໂດຍ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສະຖານບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ພ້ອມຄະນະໄປຢ້ຽມຢາມແລກປ່ຽນບົດຮຽນການຄົ້ນຄວ້າວິທະຍາສາດ ຢູ່ໂຮງຮຽນການປົກຄອງແຂວງຢຸນນານ ສປ ຈີນ. ໃຫ້ກຽດຕ້ອນຮັບຂອງ ທ່ານ ຢາງຈີ້…

ສໍາເລັດກອງປະຊຸມໃຫຍ່ ຄັ້ງ II ຂອງໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ

          ໃນຕອນເຊົ້າຂອງວັນທີ 26/07/2024 ໜ່ວຍພັກຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນຂຶ້ນ, ພາຍໃຕ້ການເປັນປະທາຂອງ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຫາຍ ປອ ນາງ…

ຂ່າວອື່ນໆ