ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລົງທັດສະນະສຶກສາ ທີ່ຫ້ອງວາງສະແດງມູນເຊື້ອ ພິທີ​ເປີດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນປະຈຳປີ 2026 ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະພາທິດສະດີສູນກາງພັກ ເຂົ້າອວຍພອນ ວັນຊາດ ສສ ຫວຽດນາມ

ໃນຕອນບ່າຍຂອງວັນທີ 29 ສິງຫາ 2024 ທີ່ ສະຖານທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ ໄດ້ນໍາພາຄະນະຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະຄະນະຈາກສະພາທິດສະດີສູນກາງພັກ ເຂົ້າອວຍພອນ ທ່ານ ຟານ ມິງ ຈ໋ຽນ ອຸປະທູດຊົ່ວຄາວ…

ພິທີປິດການເຝິກອົບຮົມຫົວຂໍ້: “ຍົກສູງທັກສະວຽກງານພິທີການແລະວຽກງານເສນາທິການ ໃຫ້ສະມາຊິກກໍາມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ”

ໃນຕອນເຊົ້າຂອງວັນທີ 29 ສິງຫາ 2024 ທີ່ຊັ້ນ 5 ຫ້ອງ 509 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກ ຄອງ, ສະຫະພັນກໍາມະບານຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດເຝິກອົບຮົມພາຍໃຕ້ຫົວຂໍ້: “ຍົກສູງທັກສະວຽກງານພິທີການ ແລະ ວຽກງານເສນາທິການໃຫ້ສະມາຊິກກໍາມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ” ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ປະທານສະຫະພັນກໍາມະບານ ສມປຊ ຫົວໜ້າກົົມຄຸ້ມຄອງການຮຽນ-ການສອນ,…

ພິທີເຜີຍແຜ່ເອກະສານການແຈ້ງຊັບສິນ ແລະປະກາດການຈັດຕັ້ງ ຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ເພື່ອເປັນການສ້າງຄວາມປອດໃສໃຫ້ແກ່ພະນັກງານ, ລັດຖະກອນ. ດັ່ງນັ້ນ, ໃນຕອນເຊົ້າຂອງວັນທີ 20 ສິງຫາ 2024 ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ຈັດພິທີເຜີຍແຜ່ເອກະສານການແຈ້ງຊັບສິນ ແລະລາຍຮັບ ຂອງພະນັກງານ-ລັດຖະກອນ ຢູ່າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີພະນັກງານ, ຄູ-ອາຈານເຂົ້າຮ່ວມ ລວມທັງໜົດ…

ຜົນສໍາເລັດກອງປະຊຸມໃຫຍ່ຂອງໜ່ວຍພັກຮາກຖານຄະນະບໍລິຫານສາດຄັ້ງທີ II

ໃນຕອນເຊົ້າຂອງວັນທີ 15 ສິງຫາ 2024 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກ H ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ, ໜ່ວຍພັກຮາກຖານຄະນະບໍລິຫານສາດ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນຂຶ້ນ, ໃຫ້ກຽດ ເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສະຫາຍ…