ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນກາງ ທິດສະດີການເມືອງໃຫ້ນັກສຶກສາ ຮຸ່ນທີ II
ໂດຍປະຕິບັດຕາມມະຕິ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງປະທານ, ຄະນະກຳມະການປ້ອງກັນບົດຈົບຂັ້ນກາງ ທິດສະດີການເມືອງ ຮຸ່ນ II ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ເລກທີ 173/ຄປພຂ, ຊຽງຂວາງ, ລົງວັນທີ 09 ກັນຍາ 2024. ໃນຕອນເຊົ້າວັນທີ 11 ກັນຍາ 2024 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໄດ້ຈັດພິທີປ້ອງກັນບົດຈົບຂັ້ນກາງ ທິດສະດີການເມືອງ ຮຸ່ນທີ II ໃຫ້ກຽດເປັນປະທານໂດຍ: ທ່ານ…
ພິທີເປິດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຫົວຂໍ້ສະເພາະ ໃຫ້ແກ່ເລຂາພັກເມືອງ ແລະຄະນະປະຈໍາພັກເມືອງ ຊຸດທີ VII
ໃນພິທີ ທ່ານ ປທ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານແຜນການ ເຄື່ອນໄຫວຈັດຕັ້ງປະຕິບັດຊຸດເຝິກອົບຮົມ ແລະການເຝິກອົບຮົມດັ່ງກ່າວແມ່ນຈະໄດ້ດໍາເນີນເປັນເວລາ 15 ວັນ, ເຊິ່ງເລີ່ມແຕ່ວັນທີ 09-27 ກັນຍາ 2024 ຜູ້ເຂົ້າຮ່ວມເຝິກອົບອົບຄັ້ງນີ້ແມ່ນມາຈາກບັນດາເມືອງໃນຂອບເຂດທົ່ວປະເທດ, ເຊິ່ງຈຸດປະສົງໃນການເຝິກອົບຮົມຄື: ໜຶ່ງ: ສ້າງຄວາມຮັບຮູ້ຢ່າງເປັນລະບົບກ່ຽວກັບການໝູນໃຊ້ທິດສະດີມາກ-ເລນິນ, ທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ XI, ແຜນຍຸດທະສາດ ແລະວຽກງານຈຸດສຸມທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ທ້າຍສະໄໝ, ກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3…
ພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນຂອງໜ່ວຍພັກຮາກຖານຫ້ອງການ
ພິທີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານຫ້ອງການໄດ້ຈັດຂຶ້ນຂອງຕອນເຊົ້າວັນທີ 03 ກັນຍາ 2024 ທີ່ຫ້ອງປະຊຸມຊັ້ນ 3ຕຶກຫ້ອງການ ສມປຊ, ໃຫ້ກຽດເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີ ສະຫາຍ ປອ ນາງ ຈັນທະໝອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, ສະຫາຍ ປອ ນາງ ໄກສອນ…
ຜົນສໍາເລັດກອງປະຊຸມໃຫຍ່ຂອງໜ່ວຍພັກຮາກຖານຄະນະປັດຊະຍາ ແລະຄະນະກໍ່ສ້າງພັກ ແລະປະຫວັດສາດພັກຄັ້ງທີ II
ໃນຕອນເຊົ້າຂອງວັນທີ 30 ສິງຫາ 2024 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກ H ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ, ໜ່ວຍພັກຮາກຖານຄະນະປັດຊະຍາ ແລະຄະນະກໍ່ສ້າງພັກ ແລະປະຫວັດສາດພັກໄດ້ເປີດກອງປະຊຸມ ໃຫຍ່ຄັ້ງທີ II ຂອງຕົນຂຶ້ນ, ໃຫ້ກຽດເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,…
