ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລົງທັດສະນະສຶກສາ ທີ່ຫ້ອງວາງສະແດງມູນເຊື້ອ ພິທີ​ເປີດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນປະຈຳປີ 2026 ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ

ພິທີເປີດ ຂະບວນການແຂ່ງຂັນກິລາຂອງ 3 ອົງການຈັດຕັ້ງມະຫາຊົນ ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງທີ  IV

ວັນທີ 19 ກັນຍາ 2024 ນີ້, 3 ອົງການຈັດຕັ້ງມະຫາຊົນ ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາຂອງ 3 ອົງການຈັດຕັ້ງມະຫາຊົນທົ່ວ ສມປຊ ຄັ້ງທີ IV ຂຶ້ນຢ່າງເປັນທາງການ ເຊິ່ງຮາກຖານຄະນະເສດຖະສາດການເມືອງ-ຄຸ້ມຄອງເສດຖະກິດ ແລະຄະນະລັດທິສັງຄົມນິຍົມວິທະຍາສາດ ເປັນເຈົ້າພາບໃນຄັ້ງນີ້ໃຫ້ກຽດເຂົ້າຮ່ວມພິທີເປີດໂດຍ: ທ່ານ ປທ ນາງ ບຸນມີ ຈູນລະຈັກ, ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ, ໃນພິທີໃຫ້ກຽດເປັນປະທານໂດຍ: ທ່ານ…

ກິດຈະກໍາແລກປ່ຽນວັດທະນະທໍາຈີນ

ໃນຕອນແລງວັນ​ທີ 20ກັນຍາ 2024 ທີ່ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ສະຖານທູດຈີນປະຈໍາລາວ ໄດ້ຈັດກິດຈະກໍາແລກປ່ຽນວັດທະນະທໍາຈີນ ຢູ ສມປຊ ໂດຍພາຍໃຕ້ຄວາມຮັບຜິດຊອບຂອງພະແນກພົວພັນຕ່າງປະເທດ ທີ່ຂຶ້ນກັບຫ້ອງການ ສມປຊ ແລະໃຫ້ກຽດເປັນປະທານໂດຍ: ທ່ານ ປອ ນາງ ໄກສອນ ຈັນສີນາ ກໍາມະການພັກ, ຫົວໜ້າຫ້ອງການ, ມີທ່ານ ຫຼົວໝິງ ຜູ້ອໍານວຍການ ສະຖາບັນຂົງຈື, ມີທ່ານ…

ກອງປະຊຸມປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນບົດຄົ້ນຄວ້າວິທະຍາສາດ (ຮອບທີ 2)

ໂດຍປະຕິບັດຕາມແຜນການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈໍາປີ 2024 ທີ່ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ວາງແຜນດໍາເນີນງານຄົ້ນຄວ້າໃນສົກປີ 2023-2024, ສະນັ້ນ, ໃນວັນທີ 18 ກັນຍາ 2024 ຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມປະກອບຄໍາຄິດ, ຄໍາເຫັນໃສ່ເນື້ອໃນບົດຄົ້ນຄວ້າວິທະຍາສາດພາຍໃຕ້ຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານສາທາລະນະສຸກ” ຮອບທີ 2ຂຶ້ນ ຢູ່ທີ່ຫ້ອງປະຊຸມ ຊັ້ນ I ຕຶກສູນຂໍ້ມູນຂ່າວສານ, ສະຖາບັນການເມືອງ…

ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກຮາກຖານຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2024 ທີ່ຫ້ອງປະຊຸມຊັ້ນ 3 ຕຶກ H ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ, ໜ່ວຍພັກຮາກຖານຫ້ອງການ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ IIຂອງຕົນຂຶ້ນຢ່າງເປັນທາງການໃຫ້ ກຽດເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ, ມີສະຫາຍ ປອ ນາງ…