ຄະນະການນຳ ສມປຊ ໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ ສສ ຫວຽດນາມ
ໂດຍຕອບສະໜອງຕາມການເຊີນຂອງສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ, ໃນວັນທີ 08-12 ຕຸລາ 2024ທີ່ຜ່ານມາຄະນະຜູ້ແທນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນຳໂດຍ: ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສມປຊ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ ແລະແລກປ່ຽນບົດຮຽນຢູ່ ສສ ຫວຽດນາມຢ່າງເປັນທາງການ. ການເດີນທາງໄປຢ້ຽມຢາມ ແລະແລກປ່ຽນບົດຮຽນຄັ້ງນີ້ຄະນະຜູ້ແທນ ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ແມ່ນໄດ້ພົບປະສອງຝ່າຍຮ່ວມກັບສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ເຊິ່ງເປັນກຽດຕ້ອນຮັບ ໂດຍ: ສະຫາຍ…
ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ເປີດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ II ຂອງ ແຂວງຫຼວງນໍ້າທາ
ໃນຕອນເຊົ້າ ຂອງວັນທີ 11 ຕຸລາ 2024 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ເປີດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ II ຂອງແຂວງຫຼວງນໍ້າທາ, ໂດຍການເປັນປະທານ ຂອງ ທ່ານ ຄໍາພັນ ເຈຍອາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ເປັນກຽດເຂົ້າຮ່ວມ ຂອງ ທ່ານ ຮອງ ສດ ອາຈານ ພູວົງ ອຸ່ນຄໍາແສນ…
ພິທີປາຖະກະຖາວັນສ້າງຕັ້ງພັກແຮງງານ ສປປ ເກົາຫຼີ ຄົບຮອບ 79 ປີ
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະມະຄົມມິດຕະພາບ ລາວ-ສປປ ເກົາຫຼີ ໄດ້ຈັດພິທີປາຖະກະຖາຂຶ້ນ ເນື່ອງໃນໂອກາດວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 79 ປີ (10/10/1945–10/10/2024) ໃນວັນທີ 2 ຕຸລາ 2024 ທີ່ສະໂມສອນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໃນໂອກາດດັ່ງກ່າວໄດ້ມີການສາຍວິດີໂອ, ສະແດງສິລະປະຂອງ ສປປ ເກົາຫຼີ ແລະ ສປປ ລາວ, ພ້ອມທັງປາຖະກະຖາກ່ຽວກັບຜົນງານ ແລະມູນເຊື້ອພາລະກິດປະຕິວັດຂອງພັກ, ກໍາລັງປະກອບອາວຸດ…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນປະຈຳສົກຮຽນປີ 2023-2024 ແລະທິດທາງແຜນການສົກຮຽນປີ 2024–2025
ໃນວັນທີ 26-27 ກັນຍາ 2024 ທີ່ສະໂມສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ປະຈຳສົກຮຽນ 2023-20 24 ແລະທິດທາງແຜນການສົກຮຽນ 2024-2025 ຈັດຂຶ້ນຢູ່ທີ່ສະໂມສອນໃຫຍ່ ສມປຊ ເຊິ່ງກອງປະຊຸມດັ່ງກ່າວ ດໍາເນີນເປັນເວລາ 2 ວັນ,ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ, ຄະນະຫ້ອງການ,…
