ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລົງທັດສະນະສຶກສາ ທີ່ຫ້ອງວາງສະແດງມູນເຊື້ອ ພິທີ​ເປີດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນປະຈຳປີ 2026 ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ

ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XIX ສາຂາການປົກຄອງຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດການທັດສະນະສຶກສາຢູ່ແຂວງຫຼວງພະບາງ

ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XIX ສາຂາການປົກຄອງຈຳນວນ 25 ທ່ານ, ຍິງ 6 ທ່ານ ໄດ້ປະຕິບັດຕາມຫຼັກສູດຂອງການຮຽນ-ການສອນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະນັ້ນ, ການໄປທັດສະນະສຶກສາແມ່ນນອນໃນຫຼັກສູດຂອງລະບົບປະລິນຍາໂທ ເພື່ອໃຫ້ນັກຄົ້ນຄວ້າໄດ້ສຳພັດກັບທິດສະດີກັບພຶດຕິກຳຕົວຈິງໃນການໄປທັດສະນະຄັ້ງນີ້ນໍາພາໂດຍ: ອາຈານ ປອ ນ. ພອນມະນີ ບຸນຄ້ຳ ຮອງຫົວໜ້າຄະນະບໍລິຫານສາດ, ຫົວໜ້າຄະນະນຳພາທັດສະນະພ້ອມດ້ວຍຄະນະ 2 ທ່ານ ໄດ້ລົງເຄື່ອນໄຫວທັດສະນະສຶກສາເປັນເວລາ 6 ວັນຄື: ວັນທີ 8-13…

ກອງປະຊຸມສຳມະນາວິຊາການ  ຫົວຂໍ້: ທິດທາງຍຸດທະສາດການພັດທະນາ: ຄົ້ນຄວ້າເສັ້ນທາງຫັນເປັນທັສະໄໝ ທີ່ສອດຄ່ອງກັບສະພາບການປະເທດຕົນ

ໃນຕອນແລງວັນທີ 12ທັນວາ 2024ພາຍຫຼັງທີ່ທ່ານ ນາງ ຫວ່າງ ຢູນ ຮອງຫົວໜ້າສູນຄົ້ນຄວ້າແນວຄິດເສດຖະກິດ ຂອງ ສິ ຈິນຜິງ ພ້ອມດ້ວຍຄະນະ ເຂົ້້າຢ້ຽມຢາມຄໍານັບ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ຫ້ອງຮັບແຂກຕຶກ 5ຊັ້ນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ສະນັ້ນ, ເວລາ 14 ໂມງ 00ນາທີ…

ກອງປະຊຸມຜ່ານບົດລາຍງານການເມືອງ ແລະ ທາບທາມບຸກຄະລາກອນ ກະກຽມກອງປະຊຸມໃຫ່ຍຂອງສະມາຊິກຊາວໜຸ່ມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄັ້ງທີ VI

ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມຜ່ານບົດລາຍງານການເມືອງ ແລະທາບທາມບຸກຄະລາກອນ ເພຶ່ອກະກຽມກອງໃຫຍ່ຂອງສະມາຊິກຊາວໜຸ່ມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄັ້ງທີ VI ຂອງຕົນຂຶ້ນໃນຕອນເຊົ້າວັນທີ 11 ທັນວາ 2024 ທີ່ສະໂມສອນໃຫຍ່ ສມປຊ, ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ, ຄະນະນໍາ ສມປຊ, ມີຄະນະຊາວໜຸ່ມ…

ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຄັ້ງທີ VI

ໃນຕອນເຊົ້າວັນທີ 6 ທັນວາ 2024 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມໃຫຍ່ສະມະຊິກສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງທີ VI. ໃຫ້ກຽດເປັນປະທານໂດຍ: ທ່ານ ນາງ ອາລີວົງ ໜໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ທ່ານ ປອ…