ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລົງທັດສະນະສຶກສາ ທີ່ຫ້ອງວາງສະແດງມູນເຊື້ອ ພິທີ​ເປີດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນປະຈຳປີ 2026 ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງສະຫະພັນກໍາມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນເຊົ້າວັນທີ 24 ທັນວາ 2024 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຫະພັນກໍາມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VI ຂອງຕົນຂຶ້ນ. ໃຫ້ກຽດເປັນປະທານໂດຍ: ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ, ມີທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ,…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີເຊື່ອມຊຶມເອກະສານສໍາຄັນຂອງພັກ, ມະຕິກອງປະຊຸມຜູ້ນໍາ-ຜູ້ບໍລິຫານ ແລະອົງການຈັດຕັ້ງມະຫາຊົນ.

ໃນຕອນເຊົ້າວັນທີ 18 ທັນວາ 2024 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີເຊື່ອມຊຶມເອກະສານສໍາຄັນຂອງພັກ, ມະຕິກອງປະຊຸມຜູ້ນໍາ-ຜູ້ບໍລິຫານ ແລະ ອົງການຈັດຕັ້ງມະຫາຊົນ; ໃຫ້ກຽດເປັນປະທານໂດຍ: ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາຂັ້ນກາງຮຸ່ນທີ IIIແລະຜູ້ເຂົ້າຮ່ວມທັງໝົດ 81ສະຫາຍ, ຍິງ 28ສະຫາຍ. ໃນພິທີດັ່ງກ່າວ ທ່ານ ບຸນຊູ ອິດທິດພົນ…

ມະຫາວິທະຍາໄລຊົນເຜົ່າແຂວງກວາງຊີລົງພົບປະ ແລະຢ້ຽມຢາມ ຫ້ອງຮຽນຂົງຈື ສມປຊ

ໃນຕອນເຊົ້າວັນທີ 18ທັນວາ 2024 ທ່ານ ນາງ ຫ່ວງ ຊຽວ ຈຸນ, ຮອງອະທິການບໍດີ, ມະຫາວິທະຍາໄລຊົນເຜົ່າແຂວງກວາງຊີ ພ້ອມດ້ວຍຄະນະລົງຢ້ຽມຢາມ ແລະພົບປະ ຫົວໜ້າຫ້ອງຮຽນຂົງຈື, ເຊິ່ງໃຫ້ກຽດຕ້ອນຮັບໂດຍ: ທ່ານ ປອ ນາງ ໄກສອນ ຈັນສີນາ, ກໍາມະການຄະນະພັກ, ຫົວໜ້າຫ້ອງການ, ຫົວໜ້າຫ້ອງຮຽນຂົງຈື, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ລວມທັງໝົດ 9 ທ່ານ, ຍິງ…

ສໍາເລັດການເຝິກອົບຮົມ ຫົວຂໍ້: ການນໍາໃຊ້ລະບົບໂປແກຣມ PMB 4.0 ໃຫ້ພະນັກງານສູນຂໍ້ມູນຂ່າວສານການເມືອງ ແລະກາານປົກຄອງ

ໃນຕອນແລງວັນທີ 13ທັນວາ 2024 ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ໄດ້ຈັດພິທີປິດເຝິກອົບຮົມຫົວຂໍ້: ການນໍາໃຊ້ລະບົບໂປແກຣມ PMB 4.0 ໃຫ້ພະນັກງານສູນຂໍ້ມູນຂ່າວສານ ຢູ່ຊັ້ນ 4 ຫ້ອງ 409 ຕຶກສູນສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ທະວີພອນ ສຸດທິວົງນໍລາດ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ຜູ້ຊີ້ນໍາວຽກງານຫໍສະໝູດ. ມີພະນັກງານ ຈາກພະແນກຫໍສະໝຸດ, ພະແນກຄົ້ນຄວ້າວິໄຈຂ່າວ…