Month: March 2021

ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ.

ໃນວັນທີ 3 ມີນາ 2021 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໄດ້ຈັດພິທີເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ໃຫ້ກຽດເປັນປະທານຂອງສະຫາຍ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີພະນັກງານ-ຄູອາຈານ,  ແລະນັກສຶກສາຮຸ່ນທີ XVII ເຂົ້າຮ່ວມ. ໃນພິທີດັ່ງກ່າວ ປະທານໄດ້ຜ່ານຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ປີ 2015-2020 ເຮັດໃຫ້ມີຜົນສຳເລັດຫຼາຍດ້ານ ແລະຍົກໃຫ້ເຫັນບັນຫາຂໍ່ຄົງຄ້າງສືບຕໍ່ແກ້ໄຂໃນໄລຍະຜ່ານມາ ແລະທ່ານຍັງຍົກໃຫ້ເຫັນທິດທາງລວມ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍົກສູງຄວາມຮູ້ຄວາມສາມາດ ຕໍ່ກັບວຽກງານຂ່າວສານ ໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຍົກສູງບົດບາດຕໍ່ກັບວຽກງານຂໍ້ມູນຂ່າວສານ ການເຄື່ອນໄຫວພາຍໃນເປັນຕົ້ນ: ຂ່າວກ່ຽວກັບ ວຽກງານການເມືອງ-ການປົກຄອງ, ວຽກງານການຮຽນ-ການສອນ, ວຽກງານສອບເສັງພາຍໃນ-ຕ່າງແຂວງ, ການເຄື່ອນໄຫວຂອງ ນັກສຶກສາ ແລະອື່ນໆ. ຊຶ່ງທັງໝົດເລົ່ານີ້ ສມປຊ ຕ້ອງໄດ້ປະສານງານເອົາຂໍ້ມູນຕ່າງໆມາຂຽນຂ່າວ ແລ້ວນຳສະເໜີລົງເວັບໄຊ ສມປຊ (www.nappa.gov.la) ເພື່ອໃຫ້ສື່ມວນຊົນໄດ້ເຂົ້າຢ້ຽມຊົມຮັບຮູ້ຂ່າວສານການເຄື່ອນໄຫວຂອງ ສມປຊ.             ສະນັ້ນໃນວັນທີ 03 ມີນາ ທີ່ຜ່ານມາ, ພະແນກຄົ້ນຄວ້າວິໄຈຂ່າວ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ສມປຊ ຈຶ່ງໄດ້ຈັດພິທີເຝິກອົບຮົມວຽກງານຂ່າວສານ…