ຂ່າວຫຼ້າສຸດ

ຂໍ້ຕົກລົງວ່າດ້ວຍການນໍາໃຊ້ຊື່ວຸດທິການສຶກສາຊັ້ນສູງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສ້າງຂະບວນການປູກຕົ້ນໄມ້ແຫ່ງຊາດ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ລາຍງານເພີ່ມ: “ເພີ່ມທະວີການແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງ ໃນການບໍລິຫານລັດ ໄລຍະໃໝ່”ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມສະຫຼຸບ ແລະ ປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມສໍາມະນາວິທະຍາສາດ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ພາຍໃຕ້ຫົວຂໍ້ “ບັນຫາທິດສະດີ ແລະພຶດຕິກຳໃໝ່”

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ, ວັນນັກຮົບເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 77 ປີ

ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ແລະເປັນການຫວນຄືນມູນເຊື້ອວັນສຳຄັນຂອງພັກ ໃຫ້ພະນັກງານ – ສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈຕື່ມ, ສະນັ້ນ, ໃນຕອນແລງວັນທີ 29 ມີນາ 2023, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ. (22.3.1955-22.3.2023) ເປັນກຽດບັນຍາຍໂດຍ: ທ່ານ ຮສ…

ກອງປະຊຸມ ສໍາມະນາວິທະຍາສາດ ຫົວຂໍ້: ເສີມຂະຫຍາຍບົດບາດຂອງສະຫະພັນແມ່ຍິງ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມສໍາມະນາວິທະຍາ ສາດ ຫົວຂໍ້: ເສີມຂະຫຍາຍບົດບາດຂອງສະຫະພັນແມ່ຍິງ ສມປຊ ທີ່ໄດ້ເປີດຂຶ້ນໃນວັນທີ 30 ມີນາ 2023 ທີ່ສະໂມສອນ, ພາຍໃຕ້ການເປັນປະທານໂດຍ: ທ່ານ ​ປອ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຜູ້ເຂົ້າຮ່ວມມີຄະນະກົມ, ສູນຕ່າງໆ, ຄະນະບໍລິຫານງານສະຫະພັນແມ່ຍິງ, ກໍາມະບານ ແລະແມ່ຍິງໜ່ວຍຮາກຖານເສດຖະກິດຄອບຄົວ ກໍໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວ ທ່ານ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບວຽກງານສະພາວິທະຍາສາດປະຈຳປີ 2022 ແລະທິດທາງແຜນການ 2023

ໃນຕອນເຊົ້າວັນທີ 28 ມີນາ 2023 ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ສມປຊ, ຫົວໜ້າ ສມປຊ ໄດ້ໃຫ້ກຽດເປັນປະທານກອງປະຊຸມສາມັນສະພາວິທະຍາສາດ ສະຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ແຫ່ງ​ຊາດ ຊຸດທີ V ພ້ອມດ້ວຍສະມາຊິກສະ ພາວິທະຍາສາດແຕ່ລະຄະນະຕ່າງໆ ເພື່ອສະຫຼຸບວຽກງານສະພາວິທະຍາສາດ. ສະພາບລວມຂອງສະພາວິທະຍາສາດ ສມປຊ ໄດ້ຮັບການແຕ່ງຕັ້ງ ຈາກຄະນະເລຂາທິການສູນກາງພັກ ຕາມ​ມະຕິ​ຕົກລົງ ສະບັບເລກທີ279/ຄລສພ, ລົງວັນທີ 17…

ສຳ​ມະ​ນາ​ວິທະຍາສາດ “​ແນວ​ຄິດ​ ໄກສອນ ພົມວິຫານ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ເງິນ-ງົບປະມານ ຢູ່ ສປປ ລາວ”

ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ ແນວ​ຄິດ​ ໄກສອນ ພົມວິຫານ ກ່ຽວກັບວຽກງານການເງິນ-ງົບປະມານຢູ່ ສປປລາວເປັນຫົວຂໍ້ໜຶ່ງທີ່​ມີ​ເນື້ອ​ໃນ ​ແລະ​ຄວາມ​ໝາຍ​ສຳຄັນ​ເປັນ​ຢ່າງ​ຍິ່ງ, ຄື​ພວກ​ເຮົາ​ໄດ້​ຮູ້​ດີ​ວ່າ: ປະທານ ​ໄກສອນ ພົມວິຫານ ນັກ​ຮັກ​ຊາດ​ທີ່​ຍິ່ງ​ໃຫຍ່, ວິລະ​ບູລຸດຂອງ​ຊາດ​ລາວ ປະທານ​ໄດ້​ກາຍ​ເປັນ​ຕົວ​ແທນ​ລວມຍອດ​ແຫ່ງ​ຄວາມ​ຮັກ​ຊາດ ​ແລະ​ເປັນ​ສັນຍາ​ລັກ​ແຫ່ງ​ຊາດ​ລາວ​ ວິລະ​ຊົນຄົນ​ລາວ​ພິລະ​ອາດ​ຫານ. ສະນັ້ນ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຮ່ວມກັບກະຊວງການເງິນເປີດກອງປະຊຸມສຳມະນາຂຶ້ນໃນວັນທີ 29 ມີນາ 2023 ຢູ່ທີ່ກະຂວງການເງິນພາຍໃຕ້ການເປັນປະທານໂດຍ: ທ່ານ ​ປອ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ,…