Category: ຂ່າວ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ຕາມຫົວຂໍ້ສະເພາະໃຫ້ແກ່ຜູ້ບໍລິຫານວິສາຫະກິດຂອງລັດຂັ້ນສູນກາງ ຊຸດທີ IV

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດຫຼັກສູດບຳລຸງຍົກລະດັບ, ຄວາມຮູ້ຄວາມສາມາດ ແລະທັກສະນະດ້ານຕ່າງໆ ໃຫ້ພະນັກງານຫຼັກແຫຼ່ງຂອງພັກ-ລັດໃນການຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກວ່າດ້ວຍລະບອບການຮ່ຳຮຽນທິດສະດີການເມືອງ ສະບັບເລກທີ 072/ກມສພ, ລົງວັນທີ 14 ພຶດສະພາ 2019 ແລະມະຕິວ່າດ້ວຍການ ສ້າງແຜນກໍ່ສ້າງ-ບຳລຸງພະນັກງານນຳພາ-ຄຸ້ມຄອງ, ສະບັບເລກທີ 073/ ກມສພ, ລົງວັນທີ 14 ພຶດສະພາ 2019; ທ່ານ ປອ ນ. ໄກສອນ ຈັນສີນາ ກຳມະການຄະນະພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນໄດ້ກ່າວຈຸດປະສົງ ແລະແຜນການຝຶກອົບຮົມວ່າ:…

ນັກສຶກສາປະລິນຍາຕີ ຮຸ່ນທີ XXV ຫ້ອງ ກໍ ໄດ້ຈັດພິທີປະຖະກະຖາເລົ່າມູນເຊື້ອ ໃນວັນສຳຄັນຕ່າງໆຂອງພັກ-ລັດ

ຄະນະພັກ-ຄະນະຫ້ອງພ້ອມດ້ວຍນັກສຶກສາປະລິນຍາຕີຮຸ່ນທີ XXV ຫ້ອງກໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອແລະເຜີຍແຜ່-ເຊື່ອມຊຶມເອກະສານທີ່ສຳຄັນຂອງພັກ-ລັດປະກອບມີ 04 ເອກະສານທີ່ສຳຄັນຄື:  ວັນສະຖາປະນາສປປລາວ (2 ທັນວາ 1975 –2 ທັນວາ 2021)  ຄົບຮອບ 46 ປີ; ວັນຄ້າຍວັນເກີດປະທານໄກສອນພົມວິຫານ (13.12.1920 –13.12.2021)  ຄົບຮອບ 101 ປີ, ວັນສາກົນເພື່ອລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ-ເດັກ ນ້ອຍແລະເອກະສານຜົນສຳເລັດໃນການສ້າງເສັ້ນທາງລົດໄຟລາວ-ຈີນ. ທີ່ຫ້ອງຮຽນ 105 (ຕຶກຈັດຕັ້ງ)  ພາຍໃຕ້ການເປັນປະທານຂອງ ສະຫາຍ ສອນ ສີສຸພັນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 46 ປີ

ໃນຕອນເຊົ້າ ວັນທີ 1 ທັນວາ 2021, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 46 ປີ (2/12/1975-2/12/2021) ແລະເປີດສົກຮຽນ 2021-2022 ຂຶ້ນ ແລະ ສະຫຼຸບຜົນງານປະຈຳປີ 2021 ໂດຍພາຍໃຕ້ ການເປັນປະທານ ທ່ານ ຮສ. ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ການບໍລິຫານລັດແບບໃໝ່”

ວັນຄານ ວັນທີ 30 ພະຈິກ 2021 ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ຫົວຂໍ້: “ການບໍລິຫານລັດແບບໃໝ່” ຂຶ້ນໃນບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມປະເຊີນໜ້າກັບການລະບາດ ຂອງພະຍາດໂຄວິດ 19 ທີ່ແຜ່ຂະຫຍາຍໄປທົ່ວໂລກ ແລະ ພາຍໃນປະເທດມີຫຼາຍວຽກສຳຄັນ ທີ່ທົ່ວພັກ ແລະ ທົ່ວລັດພວມຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໄລຍະເລີ່ມຕົ້ນ, ພ້ອມນີ້…