Category: ຂ່າວ

ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ເຝິກອົບຮົມການນໍາໃຊ້ພາສາລາວ

ເພື່ອເປັນການນຳໃຊ້ພາສາລາວ ໃຫ້ມີຄວາມເປັນເອກະພາບກັນ ຕໍ່ກັບວຽກງານຂອງສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ເຊິ່ງເປັນວຽກງານໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນ ໂດຍສະເພາະຄຳສັບ, ປະໂຫຍກທີ່ໃຊ້ໃຫ້ຖືກກັບຫຼັກການພາສາລາວ, ຮັບປະກັນລັກສະນະວິທະຍາສາດ ແນໃສ່ເຮັດໃຫ້ການນຳໃຊ້ພາສາລາວ ໃຫ້ມີການພັດທະນາທີ່ດີຂຶ້ນ ທັງເປັນການສົ່ງເສີມການນໍາໃຊ້ພາສາລາວ ໃຫ້ມີຄວາມຖືກຕ້ອງ ແລະເປັນບ່ອນອີງໃຫ້ແກ່ໃຫ້ພະນັກງານ, ຄູ-ອາຈານ ຂອງສູນຂໍ້ມູນຂ່າວສານໃນການຂີດຂຽນ. ສະນັ້ນ, ໃນຕອນເຊົ້າຂອງວັນທີ 12 ພຶດສະພາ 2022 ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໄດ້ເຝິກອົບຮົມການນຳໃຊ້ພາສາລາວ ໃຫ້ພະນັກງານ, ຄູ-ອາຈານ ພາຍໃນ ສູນຂໍ້ມູນຂ່າວສານ ໂດຍການເປັນປະທານຂອງທ່ານ ປທ…

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ເປີດບັ້ນດຳເນີນການລົງກໍ່ສ້າງຮາກຖານການເມືອງ ຢູ່ເມືອງທຸລະຄົມ ແຂວງວຽງຈັນ.

ເພື່ອເຮັດໃຫ້ການຈັດຕັ້ງແຜນການຮຽນ-ການສອນ ໄປຕາມໂຄງການຫຼັກສູດປະລິນຍາຕີ ຂອງ ສມປຊ ວາງອອກ,  ກົມຄຸ້ມຄອງການຮຽນ-ການສອນ ຈຶ່ງໄດ້ເປີດບັ້ນດຳເນີນການລົງກໍ່ສ້າງຮາກຖານການເມືອງ ຢູ່ເມືອງ ທຸລະຄົມ ແຂວງວຽງຈັນ ຂອງນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ໃນວັນທີ 3 ພຶດສະພາ 2022 ທີ່ຫ້ອງວ່າການປົກຄອງ ເມືອງທຸລະຄົມ ແຂວງວຽງຈັນ. ຈຸດປະສົງໃນການລົງກໍ່ສ້າງຮາກຖານໃນຄັ້ງນີ້ ເພື່ອໃຫ້ໄປຕາມໂຄງການຫຼັກສູດ ປະຈໍາສົກຮຽນ 2021-2022 ແລະຍັງເປັນການເສີມຂະຫຍາຍໝູນໃຊ້ຄວາມຮູ້ທາງດ້ານຫຼັກມູນທິດສະດີການເມືອງ-ການປົກຄອງ, ແນວທາງນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດ ທີ່ໄດ້ສຶກສາຄົ້ນຄວ້າໃນໄລຍະຜ່ານມາ ຢ່າງປະດິດສ້າງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 136 ປີຂອງສະຫະພັນກໍາມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 136 ປີ (1 ພຶດສະພາ1886 – 1 ພຶດສະພາ 2022) ​ເຊິ່ງໄດ້ຈັດຂຶ້ນໃນວັນທີ 28 ເມສາ 2022 ທີ່ສະໂມສອນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການເປັນປະທານໂດຍ: ທ່ານ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ຫົວໜ້າຄະນະປັດຊະຍາ, ພ້ອມທັງໃຫ້ກຽດບັນລະຍາຍປະຫວັດຄວາມ ເປັນມາຂອງວັນກຳມະກອນສາກົນ,…

ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ ແລະ ການ​ປົກຄອງລະບົບ 10 ວັນຊຸດທີ II ໃຫ້ເລຂາພັກບ້ານ, ນາຍບ້ານ

         ໃນຕອນເຊົ້າວັນ​ທີ 26 ເມສາ 2022 ທີ່ຫ້ອງປະຊຸມ ຂອງເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້​ຈັດ​ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ ແລະ ການ​ປົກຄອງລະບົບ 10 ວັນຊຸດທີ II ໃຫ້ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ທັງນີ້ກໍເພື່ອເປັນການຈັດຕັ້ງ​ປະຕິບັດຕາມ​ເນື້ອ​ໃນຂອງກອງປະຊຸມໃຫຍ່ຂອງ​ອົງຄະນະພັກແຂວງ ໃນແຕ່ລະໄລຍະໃຫ້​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ. ພິທີປິດດັ່ງກ່າວໃຫ້ກຽດເປັນ ​ປະທານ ຂອງ​ທ່ານ ປທ ສິງ​ໄຊ ວັນ​ຄຳ ກຳມະການ​ພັກ​ແຂວງ, ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​…