Category: ຂ່າວ

ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທັດສະນະສຶກສາ ກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ

      ວັນທີ 10 ມິຖຸນາ 2022 ທີ່ກົມຄື້ນຄວາມຖີ່ວິທະຍຸສື່ສານ ເຂດດົງໂພສີ ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍສະມາຊິກ ຈໍານວນ 45 ສະຫາຍ ໄດ້ເຂົ້າໄປຢ້ຽມຢາມແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມ ນໍາຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະການສື່ສານ, ຫຼັງຈາກນັ້ນຄະນະທັງສອງກໍໄດ້ເຂົ້າເຮັດວຽກຮ່ວມກັນທີ່ຫ້ອງປະຊຸມໃຫຍ່ ຊັ້ນ 3 ຂອງກົມຄື້ນຄວາມຖີ່. ໂດຍເປັນກຽດເຂົ້າກຽດເຂົ້າຮ່ວມ ຂອງ ສະຫາຍ ປອ ສັນຕິສຸກ ສີມມາລາວົງ, ຮອງເລຂາຄະນະພັກ, …

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຂ່ຳນັບຮັບຕ້ອນ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພົບປະຢ້ຽມຢາມ

ໃນວັນທີ 9 ມິຖຸນາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການຕ້ອນຮັບຢ່າງອົບອຸ່ນຈາກສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ, ຄະນະນຳ, ພະນັກງານ-ຄູອາຈານ…

ໂຮງຮຽນ 307 ເຕັກນິກກົດລັບ ແລກປ່ຽນບົດຮຽນຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

      ວັນທີ 9 ມິຖຸນາ 2022 ທີ່ຫໍສະໜຸດ ຊັ້ນ 2 ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທ່ານ ພັທ ສາຍເພັດ ແກ້ວມຸງຄຸນ ຫົວໜ້າພາກວິຊາຄູການເມືອງ ຕາງໜ້າໂຮງຮຽນ 307 ເຕັກນິກກົດລັບ ພ້ອມດ້ວຍຄະນະ ໄດ້ເຂົ້າມາຢ້ຽມຢາມ ຫໍສະໝຸດ ສມປຊ ແລະແລກ ພົວພັນເອກະສານ ກ່ຽວກັບຕໍາລາຮຽນຊັ້ນສູງ ເພື່ອຍົກລະດັບໂຮງຮຽນຈາກເຕັກນິກກົດລັບຊັ້ນກາງຂຶ້ນເປັນວິທະຍາໄລເຕັກນິກກົດລັບ ເຊິ່ງໃຫ້ກຽດຕອນຮັບໂດຍ ທ່ານ…

ພິທີເປີດຊຸດຝຶກອົບຮົມທິດສະດີການເມືອງການປົກຄອງ ຫຼັກສູດໄລຍະສັ້ນ, ສຳລັບເລຂາພັກບ້ານ, ນາຍບ້ານໃຫ້ເມືອງສີໂຄດຕະບອງ, ຊຸດທີ III

ໂດຍສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຕາມທິດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານໃນການບໍາລຸງສ້າງພະນັກງານ-ສະມາຊິກພັກ, ຍົກສູງຄຸນນະພາບ ແລ ະປະສິດທິຜົນການຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ-ການປົກຄອງ, ມະຕິ, ດໍາເນີນໂຄງການຍົກລະດັບ ແລະສະໜອງຄວາມຮູ້ໃໝ່ໃຫ້ຄະນະພັກ-ອົງການປົກຄອງບ້ານຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ, ມະຕິກອງປະຊຸມໃຫຍ່, ຄັ້ງທີ VII ຂອງອົງຄະນະພັກເມືອງສີໂຄດຕະບອງ ແລະມະຕິກອງປະຊຸມໃຫ່ຍຄັ້ງທີ III ຂອງຄະນະພັກຮາກຖານໂຮງຮຽນ. ໃນຕອນບ່າຍຂອງວັນທີ 06 ມິຖຸນາ 2022 ໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນຮ່ວມກັບອົງການປົກຄອງເມືອງສີໂຄດຕະບອງ ໄດ້ຈັດຕັ້ງຝຶກອົບຮົມທິດສະດີການເມືອງ ແລະການປົກຄອງຫຼັກສູດໄລຍະສັ້ນໃຫ້ຄະນະພັກ-ອົງການປົກຄອງບ້ານ,…