Category: ຂ່າວ

ຊາວໜຸ່ມຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ 4 ບຸກ ກັບຄະນະບໍລິຫານງານຊາວໜຸ່ມ ສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດ

ໃນຕອນແລງວັນທີ 08 ກໍລະກົດ 2022 ຜ່ານມານີ້, ຮາກຖານຊາວໜຸ່ມ ສູນຂໍ້ມູນຂ່າວ ສານການເມືອງ ແລະການປົກຄອງ (ສຂມປ) ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ (ສນຫ) ໄດ້ໄປຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ 4 ບຸກ ກັບຄະນະບໍລິຫານງານຊາວໜຸ່ມ ສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດ (ສວສສຊ) ຢູ່ຫ້ອງປະຊຸມຊັ້ນ 3 ເຊິ່ງເປັນບ່ອນຈັດກອງປະຊຸມ ຖອດຖອນບົດຮຽນວຽກງານ 4 ບຸກ. ໂດຍການຕ້ອນຮັບ ແລະໂອ້ລົມຂອງ…

ກອງປະຊຸມປຶກສາຫາລືການຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະສະຖາບັນດິດວິທະຍາສາດສັງຄົມຫວຽດນາມ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະສະຖາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ສອງສະຖາບັນພວກເຮົາໄລຍະ 2022-2026, ທີ່ໄດ້ເຊັນສັນຍາການຮ່ວມມືໃນວັນທີ 24/03/2022 ທີ່ຜ່ານມາ, ສະນັ້ນ, ໃນຕອນເຊົ້າຂອງວັນທີ 6/7/2022 ເພື່ອກະກຽມການຈັດຕັ້ງປະຕິບັດຕົວຈິງ, ທັງສອງຝ່າຍຈຶ່ງໄດ້ຈັດກອງປະຊຸມປຶກສາຫາລື ແຜນການຮ່ວມມືຂຶ້ນ ເພື່ອປຶກສາຫາລືກ່ຽວກັບບັນດາແຜນການ ແລະກິດຈະກຳການຮ່ວມມືຂອງສອງຝ່າຍໃນປີ 2022, ໂດຍຕາງໜ້າໃຫ້ແກ່ຄະນະຜູ້ແທນຝ່າຍລາວໂດຍ: ທ່ານ ປອ ຄຳມອນ ຈັນທະຈິດ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ພ້ອມດ້ວຍຄະນະໄດ້ກ່າວຕ້ອນຮັບ ທ່ານ ປທ ຫງວຽນ…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ຈັດພິທີເປີດການຮຽນທິດສະດີການເມືອງ-ການປົກຄອງ

ໃນຕອນເຊົ້າ ຂອງວັນທີ 04 ກໍລະກົດ 2022 ຢູ່ທີ່່ຫ້ອງປະຊຸມໃຫຍ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ຈັດພິທີເປີດການຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນກາງຮຸ່ນທີ XIII ປະຈຳປີ 2022-2023 ໃຫ້ແກ່ພະນັກງານ, ສະມາຊິກພັກພາຍໃນແຂວງ, ໂດຍການເປັນປະທານ ຂອງ ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະເປັນກຽດເຂົ້າຮ່ວມຂອງ ທ່ານ ສີວິໄລ ປັນແກ້ວ, ກຳມະການປະຈຳພັກແຂວງ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຜີຍແຜ່, ແນະນຳການນຳໃຊ້ ນິພົນໂຮ່ຈີມິນ ຄົບຊຸດ ເຂົ້າໃນການຮຽນ-ການສອນ

ໃນຕອນເຊົ້າຂອງວັນທີ 1 ກໍລະກົດ 2022 ຢູ່ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດພິທີ ເຜີຍແຜ່, ແນະນຳການນຳໃຊ້ ນິພົນໂຮ່ຈີມິນ ຄົບຊຸດ ເຂົ້າໃນການຮຽນ-ການສອນ, ໂດຍພາຍໃຕ້ການເປັນປະທານ ແລະເຜີຍແຜ່, ແນະນໍາ ຂອງ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານຄະນະຄຸ້ມຄອງໂຄງການແປນິພົນຄົບຊຸດໂຮ່ຈິມິນ, ມີພະນັກງານ,…