Month: March 2023

ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກິດຈະກຳ ເນື່ອງໃນໂອກາດວັນແມ່ຍິງສາກົນຄົບຮອບ 113 ປີ (8.3.1910-8.3.2023)

ເພື່ອສະແດງຄວາມຮູ້ບຸນຄຸນ ແລະລະນຶກເຖິງຜົນງານອັນຍິ່ງໃຫຍ່ ຂອງ ປະທານ ໄກສອນ ພົມວິຫານ ຊື່ງທ່ານໄດ້ເປັນຫຼັກແຫຼ່ງໃນການນຳພາບູລະນະພັກ ໃນພາລະກິດປົດປ່ອຍຊາດ ແລະພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ. ສະນັ້ນ, ໃນວັນທີ 7 ມີນາ 2023 ສະຫາຍ ປອ ນ. ລຳພູນ ດວນສຸວັນ ກຳມະການສູນກາງສະຫະພັນແມ່ຍິງລາວ, ປະທານ ສະຫະພັນແມ່ຍິງ ສມປຊ , ເຂົ້າຮ່ວມມີໜ່ວຍແມ່ຍິງຮາກຖານພະນັກງານ, ຄູ-ອາຈານ ແລະນັກສຶກສາ ພ້ອມກັນໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 8…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດການເຝິກອົບຮົມ ພາຍໃຕ້ຫົວຂໍ້ “ຄວາມອາດສາມາດໃນການນໍາພາຂອງພະນັກງານບໍລິຫານຂັ້ນພະແນກ ຢູ່ ສມປຊ”​

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດການເຝິກອົບຮົມ ພາຍໃຕຫົວຂໍ້ “ຄວາມອາດສາມາດໃນການນໍາພາຂອງພະນັກງານບໍລິຫານຂັ້ນພະແນກ ແລະຂັ້ນຮອງກົມຈໍານວນໜຶ່ງ ຢູ່ ສມປຊ”​ ເປັນເວລາ 3 ວັນ (1-3 ມີນາ 2023), ການຈັດເຝິກອົບຮົມໃນຄັ້ງນີ້ແມ່ນໂຄງການປະກວດ Project Award ຂອງຄະນະທີມງານທີ່ໄດ້ໄປເຂົ້າຮ່ວມເຝິກອົບຮົມພາວະຜູ້ນຳໃນການບໍລິຫານລັດ ທີ່ທາງສະຖານ ທູດອົດສະຕາລີ ປະຈຳລາວຈັດຂຶ້ນໃນໄລຍະຜ່ານມາ” ແມ່ນຜົນສຳເລັດອັນໜຶ່ງຂອງຄະນະຮັບຜິດຊອບເຝິກອົບຮົມທີ່ໄດ້ຍາດແຍ່ງຂຽນເປັນໂຄງການປະກວດແລະໄດ້ຮັບທຶນການຊ່ວຍເຫຼືອຈາກສະຖານທູດອົດສະຕາລີ. ເຊິ່ງຈຸດປະສົງກໍເພື່ອສ້າງຄວາມອາດສາມາດ ໃນການນຳພາໃຫ້ແກ່ພະນັກງານ-ຄູອາຈານ ກໍ່ຄືການນຳຂັ້ນພະແນກທົ່ວ ສມປຊ ໃຫ້ສາມາດນຳພາທີມງານຂອງຕົນໃນການປະຕິບັດໜ້າທີ່ວຽກງານໃຫ້ໄດ້ດີຂຶ້ນກວ່າເກົ່າ.      ການເຝິກອົບຮົມດັ່ງກ່າວໄດ້ຈັດຂຶ້ນ…