Month: May 2022

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 136 ປີຂອງສະຫະພັນກໍາມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 136 ປີ (1 ພຶດສະພາ1886 – 1 ພຶດສະພາ 2022) ​ເຊິ່ງໄດ້ຈັດຂຶ້ນໃນວັນທີ 28 ເມສາ 2022 ທີ່ສະໂມສອນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການເປັນປະທານໂດຍ: ທ່ານ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ຫົວໜ້າຄະນະປັດຊະຍາ, ພ້ອມທັງໃຫ້ກຽດບັນລະຍາຍປະຫວັດຄວາມ ເປັນມາຂອງວັນກຳມະກອນສາກົນ,…

ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ ແລະ ການ​ປົກຄອງລະບົບ 10 ວັນຊຸດທີ II ໃຫ້ເລຂາພັກບ້ານ, ນາຍບ້ານ

         ໃນຕອນເຊົ້າວັນ​ທີ 26 ເມສາ 2022 ທີ່ຫ້ອງປະຊຸມ ຂອງເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້​ຈັດ​ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ ແລະ ການ​ປົກຄອງລະບົບ 10 ວັນຊຸດທີ II ໃຫ້ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ທັງນີ້ກໍເພື່ອເປັນການຈັດຕັ້ງ​ປະຕິບັດຕາມ​ເນື້ອ​ໃນຂອງກອງປະຊຸມໃຫຍ່ຂອງ​ອົງຄະນະພັກແຂວງ ໃນແຕ່ລະໄລຍະໃຫ້​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ. ພິທີປິດດັ່ງກ່າວໃຫ້ກຽດເປັນ ​ປະທານ ຂອງ​ທ່ານ ປທ ສິງ​ໄຊ ວັນ​ຄຳ ກຳມະການ​ພັກ​ແຂວງ, ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​…