ຂະບວນທັດສະນະສຶກສາ ຂອງນັກສຶກສາທິດສະດີການເມືອງ ແລະການປົກຄອງ ຂັ້ນກາງ ຮຸ່ນທີ IV ໂຮງຮຽນທິດສະດີການເມືອງ-ການປົກຄອງ ແຂວງໄຊຍະບູລີ
ໃນວັນທີ 14 ພະຈິກ 2025 ຜ່ານມານີ້ ຂະບວນທັດສະນະສຶກສາ ຂອງນັກສຶກສາທິດສະດີການເມືອງ ແລະການປົກຄອງຂັ້ນກາງຮຸ່ນທີ IV ໂຮງຮຽນທິດສະດີການເມືອງ-ການປົກຄອງ ແຂວງໄຊຍະບູລີ ໄດ້ເດີນທາງໄປທັດສະນະສຶກສາ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໂດຍໃຫ້ກຽດນຳພາທີມງານນັກສຶກສາໄປທັດສະນະສຶກສາທີ່ເມືອງຫົງສາ ໃນຄັ້ງນີ້ໂດຍແມ່ນທ່ານ ອາຈານ ບຸນຍອງ ອາລີລັກ ຜູ້ຊີ້ນຳວຽກງານຂະແໜງຂໍ້ມູນຂ່າວສານ ໂຮງຮຽນການເມືອງການປົກຄອງ ແຂວງໄຊຍະບູລີ ມີສກສາທັງໝົດ 53 ສະຫາຍ ລວມທັງຄູອາຈານ ໂດຍໃຫ້ກຽດຕ້ອນຮັບຄະນະທີມງານນັກສຶກສາໄປທັດສະນະສຶກສາ ໂດຍແມ່ນ ທ່ານ ແຫຼ້…
ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ສປປ ລາວ ແລະ ໂຮງຮຽນການເມືອງ ແຂວງເຊີນລາ, ສສ ຫວຽດນາມ
ໃນຕອນແລງຂອງ ວັນທີ 15 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ມີພິທີຕ້ອນຮັບທີມງານທີ່ມາຈາກໂຮງຮຽນການເມືອງ ແຂວງເຊີນລາ, ສສ ຫວຽດນາມ ເພື່ອເຂົ້າພົບປະແລກປ່ຽນບົດຮຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ສປປ ລາວ ແລະ ໂຮງຮຽນການເມືອງ ແຂວງເຊີນລາ, ສສ ຫວຽດນາມ ໂດຍການຕ້ອນຮັບ ຂອງທ່ານ ສີວອນ ບຸດດາຈັນ…
ພິທີປິດຊຸດຮຽນທິດສະດີການເມືອງລະບົບຂັ້ນກາງ ຮຸ່ນທີ III ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ
ໃນຕອນເຊົ້າຂອງວັນພຸດ, ວັນທີ 12 ພະຈິກ 2025 ນີ້ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ ໄດ້ປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນກາງ ຮຸ່ນທີ III ໂດຍການເປັນປະທານ ຂອງ ທ່ານ ຄຳສີ ດັງສະໄຫວ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມ ຂອງ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ ຮັບຜິດຊອບຊີ້ນຳຂົງເຂດວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີພາກສ່ວນທີ່ກ່ຽວຂ້ອງຂອງແຂວງ,…
ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ນຳພານັກສຶກສາທິດສະດີການເມືອງ ລະບົບປະລິນຍາຕີເຊື່ອມຕໍ່ ຮຸ່ນທີ XV ແລະ ລະບົບປະລິນຍາຕີກໍ່ສ້າງ ຮຸ່ນທີ XXVI ໄປທັດສະນະສຶກສາ ທີ່ຫໍສະໝຸດແຫ່ງຊາດ ແລະ ສູນອິນເຕີເນັດແຫ່ງຊາດ
ຫຼັງຈາກນັກສຶກສາທີ່ສຳເລັດການຮຽນວິຊາບໍລິຫານລະບົບຂໍ້ມູນຂ່າວສານ ເພື່ອໃຫ້ຕິດພັນກັບພາກຕົວຈິງ ເພື່ອຕອບສະໜອງຄວາມຕ້ອງການໃນການຮຽນຮູ້ທິດສະດີກັບພຶດຕິກຳ, ສະນັ້ນ ໃນວັນທີ 4 ແລະວັນທີ 12 ພະຈິກ 2025 ສູນຂໍ້ມູນຂ່າວສານ ນຳໂດຍ ທ່ານ ປທ ວຽງສະຫວັນ ຈັນທະວິໄຊ, ຫົວໜ້າພະແນກຄົ້ນຄວ້າວິໄຈຂ່າວ ແລະ ທ່ານ ປທ ນ. ພາວັນ ວິລະວົງ, ຫົວໜ້າພະແນກຫໍສະໝຸດ ໄດ້ນຳພາຄະນະນັກສຶກສາທິດສະດີການເມືອງ ລະບົບປະລິຍາຕີເຊື່ອມຕໍ່ ຮຸ່ນທີ XV ຈໍານວນ 30…

