Month: August 2022

ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຕ້ອນຮັບການພົບປະຢ້ຽມຢາມທາງດ້ານວິຊາການຫໍສະໝຸດ ຂອງໂຄງການລາລິກ

ວິຊາການຫໍສະໝຸດ ຂອງໂຄງການລາລິກ ເປັນໂຄງການຮ່ວມມືຂອງບັນດາວິຊາການຫໍສະໝຸດທີ່ມາຈາກຫຼາຍໆພາກສ່ວນເປັນຕົ້ນ: ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ, ຫໍສະໝຸດ ສມປຊ, ຫໍສະໝຸດສະຖາບັນການທະນາຄານ, ຫໍສະໝຸດແຫ່ງຊາດ….ຊຶ່ງເປັນໂຄງການຮ່ວມມືດ້ານ ຫໍສະໝຸດສະເພາະດ້ານນັກວິຊາການບັນນາຮັກ, ວິຊາການໂປຼແກັມ PMB ແລະອື່ນໆ…. ສະນັ້ນ, ໃນວັນທີ 10 ສິງຫາ ທ່ານ ປທ ນ.ສີພາ ພົງສະຫວັດ ຮອງອຳນວຍການຫໍສະໝຸດກາງ, ປະທານການຮ່ວມມື ໄດ້ນຳພາວິຊາການຫໍສະໝຸດ ຂອງໂຄງການລາລິກ 40 ທ່ານພົບປະຢ້ຽມຢາມ ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດປາຖະກະຖາ ໃນໂອກາດວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 113 ປີ (13/7/1909-13/7/2022) ແລະເຊື່ອມຊຶມເອກະສານສຳຄັນຂອງພັກ-ລັດ

ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ກໍາແໜ້ນກ່ຽວກັບບັນດາຜົນງານຂອງຜູ້ນຳພັກ-ລັດ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່; ທັງເປັນການສຶກສາອົບຮົມ, ການຮໍ່າຮຽນເອົາມູນເຊື້ອຮັກຊາດ, ຄວາມສາມັກຄີ, ນ້ຳໃຈຕໍ່ສູ້ກູ້ຊາດບໍ່ຍອມຈຳນົນອັນພິລະອາດຫານ ແລະນ້ຳໃຈເສຍສະຫຼະອັນສູງສົ່ງຂອງຜູ້ນຳພັກ-ລັດ ທີ່ມີຕໍ່ປະເທດຊາດ. ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປາຖະກະຖາ ການເຄື່ອນໄຫວຂອງປະທານ ສຸພານຸວົງ ໃນໂອກາດວັນຄ້າຍວັນເກີດຄົບຮອບ 113 ປີ (13/7/1909-13/7/2022) ໃນຕອນເຊົ້າຂອງວັນທີ…

ພິທີປິດຊຸດຮຽນທິດສະດີການເມືອງ ແລະການປົກຄອງ​ແຂວງຫຼວງນໍ້າທາ

ໃນຕອນເຊົ້າຂອງວັນທີ່ 27 ກໍລະກົດ 2022​ ທີ່ສະໂມສອນເມືອງສິງ ແຂວງຫຼວງນ້ຳທາ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະການປົກຄອງແຂວງ ​ລະບົບ45 ວັນ, ຮຸ່ນທີ II ໃຫ້ແກ່ພະນັກງານຫຼັກແຫຼ່ງຂົງເຂດສຶກສາທິການ ແລະກິລາ, ​ໃຫ້ກຽດເປັນປະທານໂດຍ: ປທ​ ຄຳຟອງ ລາດຊະພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ​ການປົກຄອງ ​ແຂວງຫຼວງນ້ຳທາ,​ ເປັນກຽດເຂົ້າຮ່ວມໂດຍ: ທ່ານ ໜານ​ມອນ ​ແກ້ວສິງໄຊ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ ເມືອງສິງ,​ ທ່ານ​ ສົມຊາຍ…

ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ສຳເລັດການເຝິກອົບຮົມ ຍົກລະດັບຄວາມຮູ້, ຄວາມສາມາດວຽກງານຫໍສະໝຸດ

ວຽກງານຫໍສະໝຸດເປັນວຽກງານໜື່ງໃນການສະໜອງ, ບໍລິການຂໍ້ມູນຂ່າວສານໃຫ້ແກ່ພະນັກງານ, ຄູ-ອາຈານນັກສຶກສາ, ການຢືມ-ສົ່ງປື້ມ, ການຈັດລະບົບປື້ມ ແລະການເກັບມ້ຽນ, ການເຂົ້າລະຫັດ ແລະອື່ນໆ ເຊິ່ງບັນດາໜ້າວຽກເຫຼົ່ານີ້ ນັບມື້ນັບຫັນໄປສູ່ທັນສະໄໝ, ເມື່ອຫັນໄປສູ່ທັນສະໄໝແລ້ວ ຄວາມຮູ້ໃໝ່ທີ່ກ່ຽວກັບລະບົບໂປຣແກຣມ ແລະຄອມພີວເຕີ ຈຶ່ງມີບົດບາດສຳຄັນ ແລະຈຳເປັນຕໍ່ກັບການປະຕິບັດໜ້າທີ່ວຽກງານໃນການໃຫ້ບໍລິການ. ສະນັ້ນ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງຈຶ່ງໄດ້ຈັດເຝິກອົບຮົມໃນຫົວຂໍ້: ການນໍາໃຊ້ເຄື່ອງມືເຕັກໂນໂລຊີດີຈິຕອນໃຫ້ແກ່ພະນັກງານຫໍສະໝຸດ ສມປຊ ແລະໂຮງຮຽນການເມືອງ-ການປົກຄອງທ້ອງຖິ່ນຢູ່ ສມປຊ ເປັນເວລາ 03 ວັນ (27-29 ກໍລະກົດ 2022). ໃນພິທີໃຫ້ກຽດເປັນປະທານໂດຍ: ທ່ານ…