ກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ມອບປື້ມ ແລະ ເອກະສານສໍາຄັນທາງການເມືອງ ໃຫ້ແກ່ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ
ເພື່ອເປັນການສືບຕໍ່ປະກອບປື້ມຕຳລາ ເຂົ້າໃນການຮຽນ-ການສອນ ທາງດ້ານທິດສະດີການເມືອງ ເພື່ອຝຶກຝົນແນວຄິດທິດສະດີອັນແຫຼມຄົມ ໃຫ້ແກ່ຖັນແຖວພະນັກງານນໍາພາ-ຄຸ້ມຄອງ ແລະ ນັກສຶກສາທຸກຮຸ່ນທຸກລະບົບທີ່ສຶກສາຄົ້ນຄວ້າ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ໃນຕອນເຊົ້າ ຂອງວັນທີ 8 ຕຸລາ 2026 ໄດ້ມີພິທີມອບ-ຮັບປຶ້ມ ແລະ ເອກະສານ ໂດຍການໃຫ້ກຽດມອບ ຂອງ ທ່ານ ຄໍາກອງ ທຳມະເທວາ, ກຳມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ກ່າວຮັບໂດຍ ທ່ານ ນ.…
