ຂ່າວຫຼ້າສຸດ

ກອງປະຊຸມຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດປະຈໍາປີ 2023 ແລະທິດທາງແຜນການປະຈໍາປີ 2024ຢູູ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມເຜີຍເເຜ່ເອກະສານ ການສະເໜີຕໍາແໜ່ງວິຊາການຄູ ແລະເຜີຍແຜ່ຂັ້ນຕອນການລົງວາລະສານວິທະຍາສາດຢູ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາ ພິທີປິດກອງປະຊຸມສໍາມະນາວິທະຍາສາດ ຫົວຂໍ້: “ການໜູນໃຊ້ ນິພົນມາກ-ອັງແກນ, ເລນິນ ແລະໄກສອນ ພົມວິຫານ ເຂົ້າໃນການຮຽນ-ການສອນ ຢູສມປຊ” ການພົບປະແລກປ່ຽນ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ ລັດຖະມົນຕີກະຊວງພາຍໃນ ສສ ຫວຽດນາມ ມາຢ້ຽມຢາມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ເຂົ້າຮ່ວມກອງປະຊຸມທາງໄກ ຜ່ານໂຄງຮ່າງຄົ້ນຄວ້າວິທະຍາສາດ ຫົວຂໍ້: ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຢູ່ 6 ແຂວງພາກເໜືອ

ໃນຕອນເຊົ້າ ວັນທີ 21 ກຸມພາ 2023 ໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ຮ່ວມກັບ 6 ແຂວງພາກເໜືອ ເປັນຄັ້ງທຳອິດ ໂດຍແມ່ນສະພາວິທະຍາສາດຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມອບຄວາມຮັບຜິດຊອບໃຫ້ໂຮງຮຽນການເມືອງ ແລະການປົກຄອງແຂວງອຸດົມໄຊ, ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງພະບາງ, ໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ, ໂຮງຮຽນການເມືອງ ແລະການປົກຄອງແຂວງບໍ່ແກ້ວ,ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງນ້ຳທາ ແລະໂຮງຮຽນການເມືອງ ແລະການປົກຄອງແຂວງຜົ້ງສາລີຮັບຜິດຊອບຄົ້ນຄວ້າຫົວຂໍ້: ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຢູ່…

ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍົກລະດັບຄວາມຮູ້ຄວາມສາມາດວຽກງານກວດສອບ

         ໃນວັນທີ 13 ກຸມພາ 2023, ເວລາ 8:00 ໂມງ ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດການເຝິກອົບຮົມວຽກງານກວດສອບ ເພື່ອບຳລຸງຍົກລະດັບຕໍ່ກັບວຽກງານກວດສອບຊຶ່ງໄດ້ຈັດຂຶ້ນເປັນເວລາ 5 ວັນແຕ່ວັນທີ 13-17ຊຶ່ງຈັດຂຶ້ນທີ່ຫ້ອງປະຊຸມຊັ້ນ V ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດການເປັນປະທານໂດຍ: ທ່ານ ປອ ຄຳຫຼ້າ ລໍວານໄຊ ຮອງປະທານກວດກາພັກ-ລັດ ສມປຊ, ຫົວໜ້າກົມກວດກາ.…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊສົມບູນ ເປີດຊຸດບຳລຸງກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ທາງດ້ານທິດສະດີການເມືອງຂັ້ນກາງ ຮຸ່ນທີ I

         ຕະຫຼອດໄລຍະຜ່ານມາ ຄະນະພັກ, ຄະນະນໍາຂອງແຂວງໄຊສົມບູນ ໄດ້ເອົາໃຈໃສ່ກໍ່ສ້າງ-ບຳລຸງພະນັກງານ ທາງດ້ານທິດສະດີການເມືອງ ແລະ ການປົກຄອງ ແລະ ວິຊາສະເພາະຕ່າງໆ ດ້ວຍຫຼາຍຮູບການ, ເຮັດໃຫ້ຖັນແຖວພະນັກງານ ເຕີບໃຫຍ່ຂະຫຍາຍຕົວ ນັບທັງດ້ານປະລິມານ ແລະ ຄຸນນະພາບ; ເພື່ອຕອບສະໜອງ ໃຫ້ແກ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງຂອງແຂວງໃນໄລຍະໃໝ່, ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ II ຂອງແຂວງໄຊສົມບູນ ໃຫ້ປະກົດຜົນເປັນຈິງ.…

ການເຄື່ອນໄຫວ ລົງກໍ່ສ້າງຮາກຖານການເມືອງໆ ສັງທອງ, ນະຄອນຫຼວງວຽງຈັນ ຂອງນັກຄົ້ນຄວ້າ ປະລິນຍາໂທ ຮຸ່ນທີ XVIII

ຫຼັງຈາກເປີດພິທີບັ້ນລົງກໍ່ສ້າງຮາກຖານການເມືອງຂອງນັກຄົ້ນຄວ້າປະລິນຍາໂທຮຸ່ນທີ XVIII ໃນວັນທີ 1 ກຸມພາ 2023 ນັກຄົ້ນຄວ້າຮຸ່ນດັ່ງກ່າວໄດ້ເຄື່ອນໄຫວວຽກງານລົງກໍ່ສ້າງຮາກຖານໃນ 14 ກຸ່ມບ້ານໃນໄລຍະເວລາທັງໝົດ 20 ວັນ (1 ກຸມພາ 2023-20 ກຸມພາ 2023), ຊຶ່ງຫາກໍ່ໄດ້ 10 ວັນ ເຫັນວ່ານັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XVIII ໄດ້ວາງແຜນການເຄື່ອນໄຫວປະສານສົມທົບກັບຄະນະບ້ານລົງສູ່ບ້ານຮາກຖານທີ່ຕົນຮັບຜິດຊອບ, ປະສານສົມທົບກັບຄະນະບ້ານເພື່ອສ້າງແຜນການເຄື່ອນໄຫວປະຈໍາອາທິດຕາມ 4 ເນື້ອໃນ 4 ຄາດໝາຍ ກໍ່ຄື 4…