ຂ່າວຫຼ້າສຸດ

ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນ ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນກາງ ໄລຍະ 6 ເດືອນ ຮຸ່ນທີ I

ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2023 ນີ້ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນໄດ້ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນກາງ 6 ເດືອນ ຮຸ່ນທີ I ຂຶ້ນຢູ່ທີ່ສະໂມສອນໂຮງຮຽນຂອງຕົນ,ໂດຍການເປັນປະທານກອງປະຊຸມ ຂອງທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານແນວຄິດທິດສະດີຂັ້ນແຂວງ, ທ່ານ ນ.…

ໂຮງຮຽນການເມືອງ ແລະ ການປົົກຄອງ ແຂວງໄຊຍະບູລີ ປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບກໍ່ສ້າງຊັ້ນກາງ 15 ເດືອນຮຸ່ນທີ XVIII ແລະເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ 6 ເດືອນຮຸ່ນທີ I

ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບກໍ່ສ້າງຊັ້ນກາງ 15 ເດືອນຮຸ່ນທີ XVIII ແລະເປີດຊຸດຮຽນທິດສະດີການເມືອງລະບົບກໍ່ສ້າງຂັ້ນກາງ 6 ເດືອນຮຸ່ນທີ I ໄດ້ຈັດຂຶ້ນໃນວັນທີ 30 ພຶດສະພາ 2023 ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານມີ: ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ, ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າພະແນກການຕ່າງໆທີ່ກ່ຽວຂ້ອງ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນຄົບຮອບ 43 ປີ (1.6.1980-1.6.2023)

         ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2023, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນໂອກາດສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະວັນເດັກນ້ອຍສາກົນ, ໃຫ້ກຽດເຂົ້າຮ່ວມໂດຍມີທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ, ຄະນະອຳນວຍການ, ມີບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາ. ພິເສດປີນີ້ ສມປຊ ໄດ້ຕ້ອນຮັບຫຼານນ້ອຍ ໂຮງຮຽນປະຖົມສົມບູນ ພັນທະມິດ ຈໍານວນ 20…

ກອງ​ປະຊຸມວິສາມັນ ເທື່ອ​ທີ 4 ຂອງສະພາວິທະຍາສາດ ຊຸດທີ V ໄດ້ຕົກລົງ 5 ບັນຫາສຳຄັນ

ໂດຍປະຕິບັດຕາມຂໍ້ຕົກລົງ ຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະບັບເລກທີ 357/ສມປຊ, ລົງວັນທີ 3 ພຶດສະພາ 2023 ວ່າດ້ວຍການອະນຸມັດເປີດກອງປະຊຸມສະພາວິທະຍາສາດເທື່ອ​ທີ 4 ຂອງສະພາວິທະຍາສາດ ຊຸດທີ V. ກອງປະຊຸມໄດ້ໄຂຂຶ້ນໃນວັນທີ 29 ພຶດສະພາ 2023, ທີ່ຫ້ອງປະຊຸມຊັ້ນ 1, ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ພາຍໃຕ້ການເປັນປະທານ ທ່ານ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ,…

ຂ່າວອື່ນໆ