ປະຫວັດຄວາມເປັນມາ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 27 ກຸມພາ 1995 ແຕ່ມີປະຫວັດການກໍາເນີດ ແລະ ຂະຫຍາຍຕົວມາເປັນເວລາຍາວນານ, ເຊິ່ງສາມາດແບ່ງອອກເປັນແຕ່ລະໄລຍະດັ່ງນີ້:

ໄລຍະທີໜຶ່ງ: ແມ່ນໄລຍະທີ່ມີການຕໍ່ສູ້ປົດປ່ອຍຊາດ ຈົນເຖິງປະເທດຊາດໄດ້ຮັບການປົດປ່ອຍ ໃນປີ 1975 ເຊິ່ງມີສໍານັກງານຕັ້ງຢູ່ຖານທີ່ໝັ້ນຂອງການປະຕິວັດ (ບ້ານບັກ, ເມືອງວຽງໄຊ, ແຂວງຫົວພັນ).

ໄລຍະທີສອງ: ແຕ່ເດືອນກຸມພາ 1976-1995 ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ໄລຍະປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ເຊິ່ງມີສໍານັກງານຕັ້ງຢູ່ບ້ານ ໜອງບອນ ແລະ ເຂດບ້ານທ່າງ່ອນ, ນະຄອນຫຼວງວຽງຈັນ ໂດຍເອີ້ນຊື່ວ່າ ໂຮງຮຽນທິດສະດີຊັ້ນສູງພັກ-ລັດ.

ໄລະຍະທີສາມ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງພາລະກິດປ່ຽນແປງໃໝ່ແຫ່ງການກໍ່ສ້າງ ແລະ ບໍາລຸງພະນັກງານຂັ້ນຕ່າງໆທາງດ້ານການເມືອງ ແລະ ການປົກຄອງ, ກົມການເມືອງສູນກາງພັກ ໄດ້ອອກມະຕິຕົກລົງ ເລກທີ 09/ກມສພ, ລົງວັນທີ 27 ກຸມພາ 1995 ວ່າດ້ວຍການສ້າງຕັ້ງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ບົນພື້ນຖານມະຕິຕົກລົງຂອງກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ກໍໄດ້ອອກດໍາລັດ ເລກທີ 50/ນຍ, ລົງວັນທີ 29 ກໍລະກົດ 1995 ວ່າດ້ວຍການສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍໄດ້ລວມເອົາ 2 ໂຮງຮຽນຄື: ໂຮງຮຽນການເມືອງແຫ່ງຊາດ ແລະ ໂຮງຮຽນການປົກຄອງ ແລະ ຄຸ້ມຄອງແຫ່ງຊາດເຂົ້ນກັນເອີ້ນຊື່ວ່າ: ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮອດປັດຈຸບັນ.