ເພື່ອເປັນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ເປັນຕົ້ນແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ, ຂ່ຳນັບຮັບຕ້ອນວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 45 ປີ ແລະວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ. ດັ່ງນັ້ນ, ເພື່ອເປັນການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຈຶ່ງໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດລະດັບຊາດຂຶ້ນ ພາຍໃຕ້ຫົວຂໍ້“ແນວຄິດໄກສອນ ພົມວິຫານກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວຽກພັກ, ພະນັກງານ, ແນວໂຮມ ແລະອົງການຈັດຕັ້ງມະຫາຊົນ”, ໃຫ້ກຽດເປັນປະທານເປີດກອງປະຊຸມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ທີ່ປຶກສາຄະນະບໍລິຫານງານສູນກາງພັກສະໄໝທີ X, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນພົມວິຫານ, ໃຫ້ກຽດເປັນຄະນະປະທານຮ່ວມຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງ, ຜູ້ປະຈໍາການຄະນະຮັບຜິດຊອບໂຄງການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ທ່ານ ນາມ ວິຍະເກດ ກຳມະການສູນກາງພັກ, ຮອງປະທານ, ຜູ້ປະຈໍາການສະພາທິດສະດີສູນກາງ, ແລະ ທ່ານ ປອ ສອນທະນູ ທຳມະວົງ ປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງ, ນອກຈາກນີ້ຍັງມີບັນດາທ່ານພະນັກງານການນໍາຫຼັກແຫຼ່ງຂັ້ນສູນກາງ ແລະກົມກອງອ້ອມຂ້າງ, ມີບັນດາທ່ານໃນຄະນະຜູ້ຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແຕ່ລະຂົງເຂດ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກສຶກສາພາຍໃນ ສມປຊ ກໍເຂົ້າຮ່ວມຢ່າງພ້ອມພຽງ ທັງໝົດ 300 ກວ່າຄົນ.


ຈຸດປະສົງໃນການຈັດຕັ້ງກອງປະຊຸມຄັ້ງນີ້, ກໍແມ່ນເພື່ອເປັນການສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ຖືກຕ້ອງຕໍ່ກັບແນວຄິດຂອງປະທານໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວຽກພັກ, ພະນັກງານ, ແນວໂຮມ ແລະອົງການຈັດຕັ້ງມະຫາຊົນແລະ ກໍເພື່ອເປັນພື້ນຖານໃຫ້ແກ່ທຸກພາກສ່ວນສາມາດນຳໄປເຜີຍແຜ່, ສຶກສາອົບຮົມ ແລະ ໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ ຂອງການເຄື່ອນໄຫວວຽກງານຂອງຕົນ, ເພາະການຄົ້ນຄວ້າຂົງເຂດນີ້ ແມ່ນມີລັກສະນະຮອບດ້ານ, ເລິກເຊິ່ງ ແລະກວ້າງຂວາງ ພົວພັນເຖິງການຊີ້ນຳ ແລະ ນຳພາ, ການກໍ່ສ້າງ-ບຳລຸງພະນັກງານຫຼັກແຫຼ່ງ ໃຫ້ມີຄວາມຮູ້ຄວາມສາມາດ ກາຍເປັນແກນນຳ, ເປັນເສົາຄ້ຳອັນແໜ້ນແກ່ນ ແລະເຂັ້ມແຂງໃຫ້ແກ່ພັກ-ລັດ, ການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ມະຫາຊົນໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງກ່ຽວກັບແນວທາງການຊີ້ນຳ-ນຳພາ ຂອງພັກລະບອບປະຊາທິປະໄຕປະຊາຊົນ, ພ້ອມກັນປະຕິບັດພັນທະຕໍ່ປະເທດຊາດຢ່າງຄົບຖ້ວນ, ມີສະຕິໃນການປົກປັກຮັກສາ ແລະເສີມຂະຫຍາຍມູນເຊື້ອວັດທະນາທຳອັນດີງາມຂອງຊາດ ແລະ ຂອງແຕ່ລະເຜົ່າ.

ໃນພິທີອັນສະຫງ່າລາສີນີ້, ໃຫ້ກຽດຂຶ້ນກ່າວເປີດກອງປະຊຸມໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ, ພ້ອມທັງເປັນປະທານກອງປະຊຸມສຳມະນາດັ່ງກ່າວ, ຈາກນັ້ນ, ທ່ານ ຮສ ພູວົງ ອຸ່ນຄຳແສນໄດ້ຂຶ້ນນໍາສະເໜີບົດນໍາໂດຍສັງເຂບ ຂອງຫົວຂໍ້ “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວຽກງານພັກ, ແນວໂຮມ ແລະອົງການຈັດຕັ້ງມະຫາຊົນ” ເຊິ່ງເນື້ອໃນບົດໄດ້ຊີ້ໃຫ້ເຫັນບາງບັນຫາດັ່ງນີ້:

1). ກ່ຽວກັບວຽກພັກໃນພາລະກິດປ່ຽນແປງໃໝ່.

-ກ່ຽວ​ກັບ​ວຽກ​ສ້າງ​ພັກ, ກ່ອນ​ອື່ນ​ໝົດ ​ເພິ່ນ​ເນັ້ນ​ບັນຫາ​ການ​ເພີ່ມ​ທະວີ​ວຽກ​ງານ​ສຶກສາ​ອົບຮົມການເມືອງ-ແນວຄິດ ​ແລະ​ວຽກ​ງານທິດສະດີຂອງ​ພັກ ​ເຊິ່ງ​ໄດ້​ຊີ້​ໃຫ້​ເຫັນຄວາມຈໍາ​ເປັນ​ພາວະ​ວິ​ໄສ​, ເນື້ອ​ໃນ, ​ຈຸດປະສົງ​ຄາດໝາຍ, ວິທີການ ​ແລະຮູບ​ການຂອງ​ການ​ເພີ່ມ​ທະວີວຽກງານ​ສຶກສາ​ອົບຮົມການເມືອງແນວຄິດ-ທິດ​ສະ​ດີ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່; ພ້ອມກັນ​ນັ້ນ, ​ເພິ່ນ​ຍັງ​ຊີ້​ໃຫ້​ເຫັນວິທີ​ການຕົວ​ຈິງ​ໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານແນວ​ຄິດຂອງ​ພັກ; ປ່ຽນແປງໃໝ່ທາງດ້ານການຈັດຕັ້ງ.​ປ່ຽນແປງໃໝ່ທາງດ້ານການຈັດຕັ້ງຕ້ອງດໍາເນີນຕາມຫຼັັກການສ້າງ​ພັກ​ແບບ​ໃໝ່​ຂອງ​ຊົນ​ຊັ້ນ​ກໍາກອນ; ປ່ຽນແປງໃໝ່ວຽກ​ງານກວດກາຂອງ​ພັກ. ພ້ອມ​ກັນ​ນັ້ນ, ເພິ່ນ​ຍັງ​ເນັ້ນ​ໜັກ​ການປັບ​ປຸງ​ກົງ​ຈັກ​ການຈັດ​ຕັ້ງ​ຂອງ​ພັກ​ຂັ້ນ​ຕ່າງໆ ​ແລະ​ຍົກ​ສູງ​ຄຸນ​ນະພາ​ບ​ບັນດາອົງການ​ເສນາ​ທິການ​ຂອງ​ສູນ​ກາງ ​ແລະຄະນະ​ພັກ​ຂັ້ນ​ຕ່າງໆ;​ເອົາ​ໃຈ​ໃສ່​ປະຕິບັດທິດ​ນໍາ​​​ຖື​ເອົາ​ຄຸນ​ນະພາ​ບ​ເປັນ​ກົກ, ຂະຫຍາຍ​ພັກ​ຕ້ອງ​ສອດຄ່ອງ​ກັບທິດ​ທາງ ​ແລະ​ໜ້າ​ທີ່​ວຽກ​ງານ, ຂະຫຍາຍ​ພັກ​ໂດຍ​ຕິດ​ພັນ​ກັບ​ການ​ປັບປຸງ​ພັກ ​ແລະສ້າງ​ພັກ​ໃນ​ຂະ​ບວນການ​ຂອງ​ມະຫາຊົນ.​

2).ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ວຽກງານພະນັກງານ.

​                  ໃນ​ທັດສະນະ​ກ່ຽວ​ກັບການ​ປ່ຽນ​ແປງ​​​ໃໝ່ວຽກ​ງານ​ພະນັກງານ, ກ່ອນ​ອື່ນ​ໝົດແມ່ນບັນຫາເລັ່ງທວງໃຫ້ຖັນແຖວພະນັກງານ ຕ້ອງມີມາດຖານດ້ານ​ມີຄຸນສົມບັດ ແລະຄວາມສາມາດທີ່ສົມຄູ່ກັບແຕ່ລະໄລຍະຂອງການປະຕິວັດ; ການຕີລາຄາ, ເລືອກເຟັ້ນ ແລະການຈັດວາງພະນັກງານ ກໍແມ່ນຄວາມສໍາຄັນ ທີ່ມີລັກສະນະຕັດສິນໃນການຮັບປະກັນສໍາເລັດໜ້າທີ່ການເມືອງຂອງພັກ; ການສ້າງແຜນກໍານົດພະນັກງານ ໂດຍເລີ່ມຈາກຄວາມຕ້ອງການຂອງການຂະຫຍາຍເສດຖະກິດ-ສັງຄົມ, ບໍ່ໃຫ້ຄິດໄລ່ຕາມຄວາມມັກອັດຕະວິໄສຂອງອົງການຂັ້ນເທິງ.

ການ​ປ່ຽນ​ແປງ​​​ໃໝ່ວຽກ​ງານ​ພະນັກງານ ​ເພິ່ນ​ຍັງ​ຮຽກຮ້ອງ​ໃຫ້​ປັບປຸງ​ຄະນະ​ຈັດ​ຕັ້ງ​ຂອງ​ຂັ້ນ​ຕ່າງໆ, ດັດ​ແປງ​ຖັນ​ແຖວພະນັກງານ​ທີ່​ເຮັດ​ວຽກຈັດ​ຕັ້ງ“ຢາກ​ດັດ​ແປງຖັນ​ແຖວພະນັກງານ​​ໄດ້ ກ່ອນ​ອື່ນ​ໝົດ​ຕ້ອງດັດ​ແປງພາກສ່ວນ​ທີ່​ເຮັດ​ວຽກຈັດ​ຕັ້ງພະນັກງານ ນັບ​ແຕ່​ຈິນຕະນາການ​ໄປ​ເຖິງ​ແບບ​ແຜນ​ວິທີ​ເຮັດ​ວຽກ”

3), ປ່ຽນແປງໃໝ່ແບບແຜນວິທີນໍາພາ ແລະດັດແປງວິທີເຮັດວຽກ.

– ກ່ຽວ​ກັບ​ການປ່ຽນ​ແປງ​ໃໝ່​ແບບ​ແຜນ​ວິທີ​ນໍາພາ, ພັກ​ຕ້ອງ​ມີ​ແນວທາງ​ຍຸດ​ທະ​ສາດ​ທີ່​ຖືກຕ້ອງ ​ແລະມີ​ຍຸດ​ໂທ​ບາຍທີ່​ຄ່ອງ​ແຄ້ວ…. ພັກ​ຍາມ​ໃດ​ກໍຕ້ອງ​ເພີ່ມ​ທະວີຄວາມ​ສາມັກຄີ ​ເປັນ​ເອກະ​ພາບ​ບົນ​ພື້ນຖານ​ແນວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ ​ແລະຫຼັກການ​ລວມສູນ​ປະຊາທິປະ​ໄຕ… ສ້າງ​ການ​ພົວພັນ​ແບບ​ກາຍອິນ​ຊີລະຫວ່າງ​ພັກ​ກັບ​ປະຊາຊົນ​ເຜົ່າ​ຕ່າງໆ, ​ເຊື່ອ​ໝັ້ນ ​ແລະອີງ​ໃສ່​ປະຊາຊົນ​ຢ່າງ​ຂາດ​ຕົວ… ຕ້ອງ​ເອົາ​ໃຈ​ໃສ່​ກໍ່ສ້າງ, ສຶກສາ​ອົບຮົມ​ພະນັກງານ, ສະມາຊິກ​ພັກ​ໃນ​ຂັ້ນ​ຕ່າງໆ, ຂະ​ແໜງ​ການ​ຕ່າງໆ​ທາງ​ດ້ານ​ການ​ເມືອງ​-​ແນວ​ຄິດ, ຄວາມ​ຮູ້​ຄວາມ​ສາມາດ ​ແລະ​ແບບ​ແຜນ​ວິທີ​ເຮັດ​ວຽກ…ຕ້ອງ​ຍົກ​ສູງລັກສະນະ​ນໍາ​ໜ້າ, ​ເປັນ​ແບບຢ່າງ ​ແລະຄຸນສົ​ມບັດຂອງ​ສະມາຊິກ​ພັກ​ຢ່າງ​ບໍ່​ຢຸດ​ຢັ້ງ…ຕ້ອງ​ຫັນລົງ​ຮາກ​ຖານ​ຢ່າງ​ແຂງ​ແຮງ”.

4). ແນວ​ຄິດ​ໄກສອນ ພົມວິຫານ​ໃນ​ວຽກງານແນວ​ໂຮມ ​ແລະວຽກ​ງານ​ມະຫາຊົນ.

​​ບົນ​ພື້ນຖານທິດ​ສະ​ດີ​ຂອງ​ລັດທິ​ມາກ-​ເລ​ນິນ ທີ່​ວ່າ: “ມະຫາຊົນ​ຕັດສິນ​ປະຫວັດສາດ”​ແລະຈາກບົດບາດ​ສໍາຄັນ​ຂອງວຽກ​ງານ​ແນວ​ໂຮມ, ​​ເພິ່ນ​ໃຫ້ຄວາມ​ສໍາຄັນ​ຕໍ່​ການ​ເພີ່ມ​ທະວີ​ບົດບາດ​ຂອງ​ແນວ​ໂຮມ ​ແລະປ່ຽນ​ແປງ​ໃໝ່ການ​ຈັດ​ຕັ້ງ ​ແລະ​ເນື້ອ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ.

ພັກ​ຕ້ອງ​ເອົາ​ໃຈ​ໃສ່​ກໍ່ສ້າງ ​ແລະ​ແນະ​ນໍາ​ໃຫ້​ບັນດາ​ອົງການຈັດ​ຕັ້ງ​ມະຫາຊົນ​ເຄື່ອນ​ໄຫວ​ຖືກ​ກັບ​ພາລະ​ບົດບາດຂອງ​ຕົນ, ຕ້ອງ​ເຄົາລົບ​ລັກສະນະ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ແຕ່​ລະ​ອົງການ​ຈັດ​ຕັ້ງ, ​ເອົາ​ໃຈ​ໃສ່​​ຟັງຄວາມ​ຄິດ​ຄວາມ​ຂອງ​ບັນດາ​ອົງການຈັດ​ຕັ້ງ​ມະຫາຊົນທີ່​ມີ​ຕໍ່​ການ​ນໍາພາ​ຂອງ​ພັກ​ກໍ​ຄື​ຕໍ່​ພະນັກງານ ​ແລະສະມາຊິກ​ພັກ, ຍຶດ​ໝັ້ນ​ໃນ​ການ​​ເພີ່ມ​ທະວີ​ສາຍ​ພົວພັນ​ລະຫວ່າງ​ພັກ​ກັບ​ມະຫາຊົນ, ກໍ່ສ້າງ​ພັກ​ຢູ່​ໃນ​ຂະ​ບວນການ​ມະຫາຊົນ.

ໃນການສຳມະນາຫົວຂໍ້ “ແນວຄິດໄກສອນ ພົມວິຫານກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວຽກພັກ, ພະນັກງານ, ແນວໂຮມ ແລະອົງການຈັດຕັ້ງມະຫາຊົນ”ຄັ້ງນີ້ປະກອບມີ 7ຫົວຂໍ້ຍ່ອຍໃນການສຳມະນາ ເຊິ່ງນັກວິທະຍາສາດຈະໄດ້ຜັດປ່ຽນກັນຂຶ້ນລາຍງານກ່ຽວກັບການຄົ້ນຄວ້າ ເຊິ່ງມີລາຍລະອຽດດັ່ງນີ້:

  1. ຫົວຂໍ້ “ແນວຄິດໄກສອນພົມວິຫານ ກ່ຽວກັບການປ່ຽນແປງໃໝ່ວຽກງານຈັດຕັ້ງ” ນໍາສະເໜີໂດຍ ທ່ານ ປອ ແສງຄໍາຢອງ ພົມມະປັນຍາ ມາຈາກພາກສ່ວນຈັດຕັ້ງສູນກາງພັກ.
  2. ຫົວຂໍ້ “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ເນື້ອໃນ ແລະຮູບການທິດສະດີຂອງພັກ” ນໍາສະເໜີໂດຍ ທ່ານ ປທ ຄໍາເຄນ ຈັນທະວົງມາຈາກພາກສ່ວນໂຄສະນາອົບຮົມສູນກາງພັກ.
  3. ຫົວຂໍ້ “ແນວຄິດໄກສອນພົມວິຫານກ່ຽວກັບການປ່ຽນແປງໃໝ່ໃນການເພີ່ມທະວີບົດບາດການນຳພາຂອງຄະນະພັກຕໍ່ອຳນາດການປົກຄອງ”ນໍາສະເໜີໂດຍທ່ານປອພູທັກພິດທະນູສອນມາຈາກພາກສ່ວນຫ້ອງວ່າການສູນກາງພັກ.
  4. ຫົວຂໍ້ “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ການກໍ່ສ້າງ-ບຳລຸງພະນັກງານ, ສັບຊ້ອນ, ຈັດວາງ ແລະນຳໃຊ້ພະນັກງານ” ນໍາສະເໜີໂດຍ ທ່ານ ປທແສງທອງ ພຸດທະວົງຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ.
  5. ຫົວຂໍ້ “ແນວຄິດໄກສອນ ພົມວິຫານກ່ຽວກັບການປ່ຽນແປງໃໝ່ການຄຸ້ມຄອງ, ປ້ອງກັນ, ຕີລາຄາແບ່ງປະເພດ ແລະປະຕິບັດນະໂຍບາຍຕໍ່ພະນັກງານ” ນໍາສະເໜີໂດຍ ທ່ານ ປອ ວິສຸກ ພົມພິທັກມາຈາກພາກສ່ວນຈັດຕັ້ງສູນກາງ.
  6.  ຫົວຂໍ້ “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ວຽກງານແນວໂຮມ” ນໍາສະເໜີໂດຍ ທ່ານ ປທ ຈັນທະວົງ ແສນອາມາດມົນຕີມາຈາກພາກສ່ວນສູນກາງແນວລາວສ້າງຊາດ.
  7. ຫົວຂໍ້ “ແນວຄິດໄກສອນພົມວິຫານກ່ຽວກັບການປ່ຽນແປງໃໝ່ວຽກງານອົງການຈັດຕັ້ງມະຫາຊົນ”ນໍາສະເໜີໂດຍທ່ານປອ ນາງ ລໍາພູນດວນສຸວັນ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ເພື່ອເປັນການຢັ້ງຢືນເຖິງຄຸນນງາມຄວາມດີຂອງປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ແລະ ເພື່ອເຮັດໃຫ້ກອງປະຊຸມດັ່ງກ່າວມີຄວາມໝາຍສຳຄັນຂຶ້ນໃນຕອນທ້າຍກອງປະຊຸມປະທານກໍໄດ້ໃຫ້ກຽດຂຶ້ນໂອ້ລົມເຊິ່ງມີບາງຕອນໄດ້ກ່າວວ່າ: “ຂ້າພະເຈົ້າຕີລາຄາສູງ​ ແລະ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ວ່າ​ກອງ​ປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຂົງເຂດວຽກພັກ, ພະນັກງານ, ແນວໂຮມແລະອົງການຈັດຕັ້ງມະຫາຊົນ” ຂອງບັນດາສະຫາຍ​ໃນ​ເທື່ອ​ນີ້​ແມ່ນ​ເປັນ​ກອງ​ປະຊຸມທີ່​ມີ​ຄວາມ​ໝາຍ​ສຳຄັນທັງ​ໃນ​ດ້ານ​ທິດ​ສະ​ດີ​ແລະພຶດຕິ​ກຳ​ແລະ​ເປັນ​ປະ​ໂຫຍ​ດ​ໃຫຍ່​ຫຼວງ​ແທດ​ຕົວ​ຈິ​ງຮັບ​ໃຊ້​ໃຫ້​ແກ່​ການຈັດ​ຕັ້ງ​ປະຕິບັດ​​​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-ລັດ​ເຮົາ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ຍ້ອນ​ແນວ​ນັ້ນ​ໃນ​ນາມ​ຕາງໜ້າ​ໃຫ້​ສູນ​ກາງ​ພັກຂ້າພະ​ເຈົ້າ​ຈິ່ງຂໍ​ຮຽກຮ້ອງ​ມາ​ຍັງບັນດານັກວິທະຍາສາດ ຈົ່ງຍົກສູງຄວາມຮັບຜິດຊອບການ​ເມືອງ, ຄົ້ນຄວ້າໃຫ້ເລິກ, ຂຸດໃຫ້ເຖິງ ເພື່ອຊອກໃຫ້ເຫັນໄດ້ເຖິງແກນ​ເຖິງ​ແອ້​ກະທິແນວຄິດທິດສະດີຂອງເພີ່ນ ເພື່ອກາຍເປັນຄັງສາງທິດສະດີໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ”.
ກອງ​ປະ​ຊຸມສຳ​ມະ​ນາ​ວິ​ທະ​ຍາ​ສາດ​ໃນ​ຫົວ​ຂໍ້“ແນວຄິດ ໄກສອນ ພົມວິຫານ ກັບການປ່ຽນແປງໃໝ່ ໃນຂົງເຂດວຽກງານພັກ, ພະນັກງານ, ແນວໂຮມ ແລະອົງການຈັດຕັ້ງມະຫາຊົນ”ໄດ້​ດຳເນີນໄປດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ຕາມ​ເນື້ອ​ໃນ ແລະ ແຜນການ​ທີ່​ວາງ​ໄວ້. ບັນ​ດາ​ຜູ້​ແທນທີ່ເຂົ້າຮ່ວມ​ໄດ້​ສຸມ​ຈິດ​ສຸມ​ໃຈ​ຮັບ​ຟັງ​ ແລະ ພ້ອມ​ກັນປະ​ກອບ​ຄຳ​ຄິດ​ຄໍາເຫັນ, ​ສົນ​ທະ​ນາກັນ​ ທີ່ເຕັມໄປ​ດ້ວຍ​ບັນ​ຍາ​ກາດ​ທີ່​ຟົດ​ຟື້ນ ແລະມີຄວາມຮັບຜິດຊອບສູງ.ບັນດານັກ​ວິທະ​ຍາ​ສາດ​ໄດ້​ນຳ​ສະ​ເໜີ​ຜົນ ​ຂອງ​ການ​ຄົ້ນ​ຄວ້າດ້ວຍ​ວິ​ທີ​ວິ​ທະ​ຍ​າ​ທີ່​ສອດ​ຄ່ອງ ເປັນ​ຕົ້ນ​ໄດ້​ມີ​ການ​ວິ​ໄຈ, ຍົກ​ໃຫ້​ເຫັນບັນດາເນື້ອໃນພື້ນຖານ, ທິດຊີ້ນຳອັນໜັກແໜ້ນ, ຄຸນຄ່າຍຸກສະໄໝ ຂອງແນວຄິດໄກສອນ ພົມວິຫານ ໃນຂົງເຂດວຽກງານພັກ, ພະນັກງານ, ແນວໂຮມ ແລະອົງການຈັດຕັ້ງມະຫາຊົນ. ພ້ອມ​ດຽວ​ກັນ​ນັ້ນ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ ຍັງ​​ຢັ້ງ​ຢື​ນ​ໃຫ້​ເຫັນ​ເຖິງແນວຄິດ ທີ່ເປັນມໍລະດົກອັນລໍ້ຄ່າ ທີ່ປະທານໄກສອນ ພົມວິຫານ ປະໄວ້ໃຫ້ແກ່ພວກເຮົາ.ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຍັງ​ມີຫຼາຍ​ແນວຄວາມ​ຄິດ​ທີ່​ດີຂອງ​ບັນ​ດ​າ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ. ແຕ່​ເນື່ອງ​ຈາກ ເວ​ລາ​ກາ​ນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ມີ​ຈຳ​ກັດ, ດັ່​ງ​ນັ້ນ, ພວກ​ເຮົາບໍ່​ມີ​ໂອ​ກາດ​ໄດ້​ແລກ​ປ່ຽນບົດ​ຮຽນ ແລະ ປະ​ສົບ​ປະ​ການຫຼາຍ​ປານ​ໃດ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຜ່ານກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ພວກເຮົາຈະຮ່ຳຮຽນຫຼາຍບົດຮຽນອັນລ້ຳຄ່າ ແລະເປັນການ ຈະປະກອບສ່ວນອັນສຳ ຄັນໃຫ້ແກ່ການປັບປຸງວຽກງານພັກ, ພະນັກງານ, ແນວໂຮມ ແລະອົງການຈັດຕັ້ງມະຫາຊົນ ໃນໄລຍະໄໝ່.
ກອງປະຊຸມສຳມະນາດັ່ງກ່າວ, ໄດ້ດຳເນີນໄປເປັນເວລາ 1 ວັນ ຂອງວັນທີ 3ກໍລະກົດ 2020ທີ່ ສະໂມສອນໃຫຍ່ ສມປຊ ແລະສິ້ນສຸດລົງໃນຕອນແລງເວລາ 16 ໂມງ 00 ຂອງວັນດັ່ງກ່າວ.

ຂ່າວ: ປທ ນ. ອາພອນ ຂາວພັນ
ຮູບພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ