ໃນຕອນເຊົ້າຂອງວັນທີ 26/6/2020 ສະມາຄົມ ມິດຕະພາບ ລາວ-ຈີນ ມອບປື້ມ ຄຳສຳຄັນ ເພື່ອເຂົ້າໃຈປະເທດຈີນ, ຈຳນວນ 50 ຫົວ ໃຫ້ ຫໍສະໝຸດ ສມປຊ ເພື່ອເປັນການປະກອບສ່ວນທາງດ້ານຂໍ້ມູນຂ່າວສານ ສມປຊ ໃຫ້ບັນນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາ, ປື້ມດັ່ງກ່າວ ຈະເປັນການປະກອບສ່ວນ ອັນສຳຄັນໃນການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດຢ່າງມີປະສິດທິຜົນ.

      ໂດຍການກ່າວມອບ ຂອງ ທ່ານ ສີຄູນ ບຸນວິໄລ, ເລຂາທິການສະມາຄົມມິດຕະພາບ ລາວ-ຈີນ ແລະ ກ່າວຮັບຂອງ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຫົວໜ້າຫ້ອງການ ສມປຊ ພ້ອມດ້ວຍ ຄະນະພະແນກ ຫໍສະໝຸດ ສມປຊ.

      ການມອບ-ຮັບດັ່ງກ່າວ, ສຸດທີ່ມີຄວາມໝາຍສຳຄັນໃນການສົ່ງເສີມຄັງຂໍ້ມູນຄວາມຮູ້, ຂ່າວສານຕ່າງໆ ໃນໃຫ້ ຫໍສະໝຸດ ສມປຊ ໄດ້ມີຈຸດເດັ່ນດ້ານຂໍ້ມູນຂ່າວສານ ເວົ້າລວມ, ເວົ້າສະເພາະ ເພື່ອສົ່ງເສີມການອ່ານໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາມີຄວາມຫຼາກຫຼາຍຂຶ້ນຕື່ມ.

ຂ່າວ/ພາບ: ນ. ທິບພະວອນ ພຸດທະລາດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ