ໃນຕອນບ່າຍຂອງວັນທີ 19/06/2020 ກໍາມະບານຮາກຖານຫ້ອງການ ໄດ້ນໍາພາສະມາຊິກຂອງຕົນສ້າງຂະບວນການອອກແຮງງານລວມ ແລະປູກຕົ້ນໄມ້ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເຊິ່ງນໍາພາໂດຍ ທ່ານ ປທ ຄຳຫຼ້າ ວັນນາຮັກ ປະທານສະຫະພັນກຳມະບານຮາກຖານຫ້ອງການ.
ການສ້າງຂະບວນການໃນຄັ້ງນີ້ແມ່ນການອອກແຮງງານຕັດຫຍ້າຕາມເຂດທີ່ຮັບຜິດຊອບຂອງໜ່ວຍຮາກຖານທີ່ເຫັນວ່າຮົກເຮື້ອ, ນອກນັ້ນຍັງໄດ້ປູກຕົ້ນໄມ້ໃນພື້ນທີ່ວ່າງ ເພື່ອເພີ່ມພື້ນທີ່ສີຂຽວ ແລະດົກໜາຂອງປ່າໄມ້ໃນ ສມປຊ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ