ໃນຕອນບ່າຍຂອງວັນທີ 19 ມິຖຸນາ ທີ່ຜ່ານມານີ້ ນັກສຶກສາ ສມປຊ ໄດ້ສ້າງຂະບວນການພິທີປູກຕົ້ນໄມ້, ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ທີ 1 ມິຖຸນາ ແຕ່ວ່າໄລຍະຕົ້ນເດືອນ ຍັງເປັນໄລຍະເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ 19 ບັນດານັກສຶກສາພາຍໃນ ສມປຊ ຈຶ່ງບໍ່ໄດ້ຈັດກິດຈະກໍາດັ່ງກ່າວ.
ດັ່ງນັ້ນ, ເມື່ອສະພາບກັບເຂົ້າສູ່ພາວະປົກກະຕິ ນັກສຶກສາພາຍໃນ ສມປຊ ຈຶ່ງໄດ້ເຕົ້າໂຮມກັນສ້າງຂະບວນການປູກຕົ້ນໄມ້ນີ້ຂຶ້ນ ເພື່ອເປັນການເພີ່ມເນື້ອທີ່ສີຂຽວພາຍໃນ ສມປຊ ໃຫ້ດົກໜາຍິ່ງຂຶ້ນ ການສ້າງຂະບວນການໃນເທື່ອນີ້ ມີນັກສຶກສາລະບົບປະລິນຍາໂທ ຮຸ່ນທີ XV, ນັກສຶກສາລະບົບອະນຸປະລິນຍາ ຮຸ່ນທີ XVII ແລະຮຸ່ນທີ XVIII, ນັກສຶກສາລະບົບປະລິນຍາຕີ ຮຸ່ນທີ XXIII ຫ້ອງ ກ, ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ຫ້ອງ ຂ ເຊິ່ງຕົ້ນໄມ້ ນໍາມາປູກເປັນປະເພດຕົ້ນໄມ້ອຸດສາຫະກຳ (ຕົ້ນໄມ້ ດູ່).

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ