ຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ເພື່ອເປັນການສະເຫຼີມ ສະຫຼອງວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄົບຮອບ 25 ປີ ແລະວັນສ້າງຕັ້ງຊາວໜຸ່ມ ຄົບຮອບ 65 ປີ ພາຍໃຕ້ຫົວຂໍ້: ບົດບາດ ຂອງຊາວໜຸ່ມ ໃນການພັດທະນາສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ. ກອງປະຊຸມຄັ້ງນີ້ແມ່ນພາຍໃຕ້ການເປັນປະທານ ຂອງສະຫາຍ ຮສ ສະໝຸດທອງ ສົມພານິດ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ຮອງປະທານສະພາວິທະຍາສາດ ສມປຊ, ມີບັນດາສະຫາຍຄະນະພັກ, ຄະນະນຳ, ບັນດາສະຫາຍການນຳຈາກຫ້ອງການ, ກົມ, ຄະນະຕ່າງໆ, ສູນ ຕະຫຼອດຮອດພະນັກງານ, ຄູ-ອາຈານ, ນັກສຶກສາ ແລະສະມາຊິກຊາວໜຸ່ມພາຍໃນສະຖາບັນ ຈຳນວນ 424 ກວ່າສະຫາຍເຂົ້າຮ່ວມຢ່າງພ້ອມພຽງ.

     ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ, ຮັກສາການຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ລາຍງານສະພາບການຄົ້ນຄວ້າວິທະຍາສາດໃນຫົວຂໍ້: ບົດບາດຊາວໜຸ່ມ ໃນການພັດທະນາສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ເຊິ່ງເປັນຫົວຂໍ້ໃນການຄົ້ນຄວ້າທິດສະດີ ແລະສະຫຼຸບພຶດຕິກຳ ກ່ຽວກັບບົດບາດ ຂອງຊາວໜຸ່ມໃນການພັດທະນາສະຖາບັນໃນໄລຍະທີ່ຜ່ານມາ ເຊິ່ງໄດ້ແບ່ງຫົວຂໍ້ ໃຫ້ບັນດານັກວິທະຍາສາດໜຸ່ມໄປຄົ້ນຄວ້າ ແລະສະຫຼຸບພຶດຕິກໍາເພື່ອນໍາສະເໜີຕໍ່ກອງປະຊຸມສໍາມະນາໃນຄັ້ງນີ້.

     ຈາກນັ້ນ ປະທານກອງປະຊຸມ ໄດ້ເຊີນບັນດານັກວິທະຍາສາດໜຸ່ມຂຶ້ນສະເໜີບົດວິທະຍາສາດ ເຊິ່ງມີທັງໝົດ 7 ຫົວຍ່ອຍຄື:

  1. ຊາວໜຸ່ມເປັນແຂນຂວາຂອງພັກ ບົດຮຽນຢູ່ ສມປຊ. ນຳສະເໜີໂດຍ: ສະຫາຍ ເຊັ່ງ ຢາງ ຄະນະບໍລິຫານງານຊາວໜຸ່ມ ສມປຊ, ເລຂາຄະນະຊາວໜຸ່ມຮາກຖານຫ້ອງການ ສມປຊ.
  2. ບົດບາດຊາວໜຸ່ມ ໃນການສຶກສາອົບຮົມ ການເມືອງ-ແນວຄິດ ຢູ່ ສມປຊ. ນຳສະເໜີໂດຍ: ສະຫາຍ ທອງດຳ ທຳມະວົງ ຮັກສາການເລຂາຄະນະຊາວໜຸ່ມຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ.
  3. ບົດບາດຊາວໜຸ່ມ ໃນການເຕົ້າໂຮມຄວາມ ສາມັກຄີ ຢູ່ ສມປຊ. ນຳສະເໜີໂດຍ: ສະຫາຍ ປອ ນ ດາວອນ ບຸດທະນຸວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ.
  4. ບົດບາດຊາວໜຸ່ມ ໃນການພັດທະນາການຮຽນ-ການສອນ ຢູ່ ສມປຊ. ນຳສະເໜີໂດຍ: ສະຫາຍ ປທ ໜູແກ້ວ ດີລາວົງ ຄະນະຊາວໜຸ່ມຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ.
  5. ຊາວໜຸ່ມກັບການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຢູ່ ສມປຊ. ນຳສະເໜີໂດຍ: ສະຫາຍ ປທ ສົມສີ ຈັນຕະພົມ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ.
  6. ບົດບາດຊາວໜຸ່ມ ໃນການພົວພັນສາກົນ ຢູ່ ສມປຊ. ນຳສະເໜີໂດຍ:ສະຫາຍ ວຽງພັນ ຈິດສະດີ ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານສູນຂໍ້ມູນຂ່າວສານ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ.
  7. ບົດບາດຊາວໜຸ່ມ ໃນການຄົ້ນຄວ້າວິທະຍາສາດ ຢູ່ ສມປຊ. ນຳສະເໜີໂດຍ: ສະຫາຍ ປທ ນ. ຄຳຮູ້ ວິລະທອນ ຄະນະບໍລິຫານງານຊາວໜຸ່ມ ສມປຊ.

     ພາຍຫຼັງນັກວິທະຍາສາດໜຸ່ມໄດ້ນໍາສະເໜີບົດວິທະຍາສາດທັງ 7 ຫົວຂໍ້ແລ້ວ ບັນດານັກວິທະຍາສາດຮຸ່ນອາວຸໂສ ແລະຜູ້ເຂົ້າຮ່ວມ ກໍໄດ້ປະກອບຄໍາຄິດເຫັນ ແລະສົນທະນາກັນແລກປ່ຽນບົດຮຽນ ດ້ວຍບັນຍາກາດທີ່ຟົດຟື້ນ ແລະມີຄວາມໝາຍເລິກເຊິ່ງ. ເນື້ອໃນບົດປະກອບຄຳເຫັນຂອງນັກວິທະຍາສາດ ແລະແຂກເຂົ້າຮ່ວມກອງປະຊຸມ ໄດ້ສຸມໃສ່ບັນດາເນື້ອໃນສຳຄັນກົງໄປກົງມາບັນດາ, ນັກວິທະຍາສາດ ໄດ້ພ້ອມກັນຄົ້ນຄວ້າທິດສະດີ ສ້າງຄວາມກະຈ່າງແຈ້ງ ກ່ຽວກັບບົດບາດ ຂອງຊາວໜຸ່ມ ໃນການພັດທະນາ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ.

ຂ່າວພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ