ໃນວັນທີ 12 ມິຖຸນາ 2020 ສະຫະພັນແມ່ຍິງຮາກຖານຫ້ອງການ-ກົມຈັດຕັ້ງພະນັກງານ ສມປຊ, ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ III ຂອງຕົນຂຶ້ນ, ພາຍໃຕ້ການເປັນປະທານຂອງທ່ານ ປອ ນ. ລໍາພູນ ດວນສຸວັນ ປະທານສະຫະພັນແມ່ຍິງ ສມປຊ, ທ່ານ ນາງ ແອງກາລີ ໄຊຍະຈັກ ປະທານສະຫະພັນແມ່ຍິງຮາກຖານຫ້ອງການ ແລະກົມຈັດຕັ້ງພະນັກງານ, ໃຫ້ກຽດເຂົ້າຮ່ວມຂອງບັນດາຕາງໜ້າຄະນະແມ່ຍິງແຕ່ລະຮາກຖານ, ຕາງໜ້າກຳມະບານ, ຊາວໜຸ່ມ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນຮາກຖານດັ່ງກ່າວເຂົ້າຮ່ວມ.
ໃນພິທີ, ສະຫາຍ ນ. ແອງກາລີ ໄຊຍະຈັກ ປະທານສະຫະພັນແມ່ຍິງຮາກຖານຫ້ອງການ ແລະກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ທັງສອງພາກຄື: ໜຶ່ງ, ຕີລາຄາສະພາບການຈັດຕັ້ງປະຕິບັດແຜນການໃນໄລຍະທີ່ຜ່ານມາ ແມ່ນໄດ້ຍົກໃຫ້ເຫັນຜົນສໍາເລັດ ແລະດ້ານຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ; ສອງ, ຜ່ານທິດທາງແຜນການໃນຕໍ່ໜ້າ. ເຊິ່ງເນື້ອໃນບາງຕອນໃນບົດລາຍງານໄດ້ສ່ອງແສງໃຫ້ເຫັນໃນໄລຍະຜ່ານມານັ້ນ ແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ; ປຸກລະດົມເອື້ອຍນ້ອງແມ່ຍິງເຂົ້າຮ່ວມຮັບຟັງປາຖະກະຖາ, ເຜີຍແຜ່ເອກະສານຕ່າງໆ, ພິທີສະເຫຼີມສະຫຼອງວັນສຳຄັນຕ່າງໆຢ່າງເປັນປົກກະຕິ. ພ້ອມກັນນັ້ນ, ຄະນະສະຫະພັນແມ່ຍິງພວກເຮົາເອົາໃຈໃສ່ການຮ່ວມຊີວິດປະຈໍາເດືອນ, ປະຈໍາໄຕມາດ, ປະກອບຄໍາຄິດເຫັນຕໍາໜິສົ່ງຂ່າວກໍ່ເຊິ່ງກັນ ແລະ ກັນ; ສະມາຊິກສະຫະພັນແມ່ຍິງແຕ່ລະສະຫາຍໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດ ຊອບໃນການປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ຢ່າງມີຄວາມຮັບຜິດຊອບສູງ; ໄດ້ເອົາໃຈໃສ່ປະຕິບັດວຽກງານບໍລິຫານ-ບໍລິການຮັບໃຊ້ວຽກງານການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ວຽກງານພົວພັນຕ່າງປະເທດ ແລະ ວຽກງານຕ່າງໆຂອງສະຖາບັນໄດ້ເປັນປົກກະຕິ, ເຮັດໜ້າທີ່ຈໍລະຈອນເອກະສານ, ກວດກາເອກະສານເຂົ້າ-ອອກ​, ຊຸກຍູ້ຂະບວນການອະນາໄມ, ເຮັດຄວາມສະອາດຕາມອາຄານສະຖານທີ່, ຫ້ອງຮຽນ, ຫ້ອງການ, ຫໍພັກ, ຕົບແຕ່ງສວນດອກໄມ້ແລະປະດັບປະດາຕ່າງໆ; ລວມທັງໝົດມີ 285 ຄັ້ງ; ພ້ອມນັ້ນ, ໄດ້ເອົາໃຈໃສ່ຕິດຕາມກວດກາ ແລະປະຕິບັດກົດລະບຽບຕໍ່ນັກສຶກສາເຊັ່ນລະບຽບຫໍພັກ, ລະບຽບການຈອດລົດພາຍໃນສະຖາບັນ. ນອກນັ້ນ, ປະກອບສ່ວນຈັດຕັ້ງປະຕິບັດວຽກງານຂົງເຂດຈັດຕັ້ງ-ພະນັກງານຢ່າງມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນໄດ້ປະກອບສ່ວນໃນການຄົ້ນຄວ້າເລື່ອນ ແລະແຕ່ງຕັ້ງພະນັກງານປະກອບໃສ່ຕຳແໜ່ງບໍລິຫານຂັ້ນຕ່າງໆ; ປະກອບສ່ວນຄົ້ນຄວ້າສົ່ງພະນັກງານໄປຄົ້ນຄວ້າ ແລະບໍາລຸງ-ຝຶກອົບຮົມຢູ່ພາຍໃນແລະຕ່າງປະເທດ. ຕໍ່ກັບຜົນສຳເລັດດັ່ງກ່າວ ຄະນະສະຫະພັນແມ່ຍິງຮາ​ກ​ຖານຫ້ອງການ-ກົມຈັດຕັ້ງ-ພະນັກງານ ແລະ ກົມກວດກາ ໄດ້ຈັດຕັ້ງເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ 3 ດີ (ພົນລະເມືອງດີ, ພັດທະນາດີ ແລະສ້າງຄອບຄົວດີ) ໄດ້ 3 ຄັ້ງ ແລະໄດ້ຈັດຕັ້ງປະເມີນການປະຕິບັດຂໍ້ແຂ່ງຂັນ 3 ດີ 3 ຄັ້ງຄື: ຄັ້ງ​ທີ 1 ສົກປີ 2017-2018 ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດຈໍານວນ 24 ທ່ານ ສາມາດຄັດເລືອກແມ່ຍິງ 3 ດີ ປະເພດ 1 ໄດ້ 14 ທ່ານ, 3 ດີ ປະເພດ 2 ດີ  10 ທ່ານ; ຄັ້ງ​ທີ 2 ສົກ​ປີ 2018-2019 ມີຜູ້ເຂົ້າຮ່ວມ 24 ທ່ານ, ໃນນັ້ນ ຜູ້ທີ່ຄົບມາດຖານເງື່ອນໄຂມີ 21 ທ່ານ, ຜ່ານການປະເມີນສາມາດຄັດເລືອກໄດ້ແມ່ຍິງ 3 ດີ ປະເພດ 1 ຈຳນວນ 21 ທ່ານ ແລະ 3 ດີ ປະເພດ 2 ຈຳນວນ 3 ທ່ານ, ພ້ອມທັງໄດ້ຮັບການຍ້ອງຍໍເປັນຮາກຖານ 3 ດີ ປະເພດ 1; ຄັ້ງ​ທີ 3 ໃນ​ປີ 2019 ຜູ້ເຂົ້າຮ່ວມທັງໝົດ 24 ທ່ານ, ໃນນັ້ນ ສາມາດຄັດເລືອກໄດ້ແມ່ຍິງ 3 ດີປະເພດ 1 ລວມມີ 21 ທ່ານ, ແມ່ຍິງ 3 ດີ ປະເພດ 2 ລວມມີ 3 ທ່ານ.
ຫຼັງຈາກນັ້ນ, ໄດ້ແຍກສະຫະພັນແມ່ຍິງຮາກຖານຫ້ອງການ ແລະກົມການຈັດຕັ້ງພະນັກງານອອກເປັນ 2 ຮາກຖານຄື: ສະຫະພັນແມ່ຍິງຮາກຖານຫ້ອງການ, ສະຫະພັນແມ່ຍິງຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ພ້ອມທັງຈັດຕັ້ງປ່ອນບັດຄັດເລືອກເອົາຄະນະຊຸດໃໝ່ປະກອບໃສ່ທັງສອງໜ່ວຍ, ຊຶ່ງຜົນຂອງການເລືອກຕັ້ງ ແລະ ຜ່ານກອງປະຊຸມປະຖົມມະລຶກໄດ້ຕົກລົງເຫັນດີຮັບຮອງເອົາຄະນະຊຸດໃໝ່ ລາຍລະອຽດຄື:

– ສະຫະພັນແມ່ຍິງຮາກຖານຫ້ອງການ:
1.  ທ່ານ ນ. ແອງກາລີ ໄຊຍະຈັກ          ເປັນປະທານ
2.  ທ່ານ ນ. ກອງແພງ ວິລະສີ             ຮອງປະທານ ແລະ ຮັບຜິດຊອບວຽກງານກວດກາ.
3.  ທ່ານ ນ. ສົມສະໜຸກ ສີມອນ             ເປັນຄະນະ.
-ສະຫະພັນແມ່ຍິງຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ:
1.  ທ່ານ ນ. ປັດຕິຍາ ບານມະນີວົງ          ເປັນປະທານ
2.  ທ່ານ ປທ ນ. ພວງແສງ ວົງວິຫານ       ຮອງປະທານ ແລະ ຮັບຜິດຊອບວຽກງານກວດກາ.
3.  ທ່ານ ນ. ນາດຕະຍາ ແກ້ວຄູນນະລາດ     ເປັນຄະນະ.


ທ່ານ ປອ ລຳພູນ ດວນສຸວັນ ປະທານ ສະຫະພັນແມ່ຍິງ ສມປຊ ປະທານພິທີ ໄດ້ໃຫ້ກຽດໂອ້ລົມຕໍ່ກັບກອງປະຊຸມ ຊຶ່ງທ່ານ​ໄດ້​ຍ້ອງຍໍ-ຊົມ​ເຊີຍ ຄະນະ​ຊຸດ​ເກົ່າ​ທີ່​ໄດ້​ນຳພາຮາກຖານ​ຂອງ​ຕົນປະຕິບັດໜ້າທີ່​ວຽກງານ​ໃນ​ຫຼາຍ​ດ້ານອັນ​ໄດ້​ຊ່ວຍ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ຄະນະຮາກ​ຖານ​ແມ່ຍິງ ໄດ້​ມີ​ຜົນສຳ​ເລັດ​ໃນ​ທຸກ​ວຽກງານ, ຊຶ່ງທ່ານໄດ້ເນັ້ນໜັກໃຫ້ສະຫະພັນແມ່ຍິງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນແມ່ນ ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການປະຕິບັດໜ້າທີ່ແຕ່ລະຂັ້ນ ແລະສືບຕໍ່ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຕົນທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມີຄວາມເຂັ້ມແຂງຮອບດ້ານ, ສືບຕໍ່ສ້າງຄວາມເຂັ້ມແຂງ ທາງດ້ານບຸກຄະລາກອນ ທີ່ເຮັດວຽກງານສະຫະພັນແມ່ຍິງ ໃຫ້ສາມາດເຄື່ອນໄຫວໄດ້ຢ່າງຄ່ອງຕົວ ແລະມີປະສິດທິຜົນກວ່າເກົ່າ; ພ້ອມທັງ ປັບປຸງແບບແຜນວິທີເຮັດວຽກ, ແບບແຜນວິທີນໍາພາ ແລະເຊີດຊູຄວາມຮັບຜິດຊອບຂອງຕົນ ໃຫ້ສູງຂຶ້ນເລື້ອຍໆ; ເອົາໃຈໃສ່ສ້າງ ແລະພັດທະນາຕົນເອງ ໃນທຸກດ້ານ ໃຫ້ມີຄວາມເຂັ້ມແຂງ ເພື່ອກຽມພ້ອມຮັບໃຊ້ປະເທດຊາດ ແລະສັງຄົມ ແລະເອົາໃຈໃສ່ປະຕິບັດກົດລະບຽບຂອງສະຫະພັນແມ່ຍິງ, ແຜນພັດທະນາແມ່ຍິງ ແລະ ຄໍາຂວັນ 3 ດີ ຂອງແມ່ຍິງ ຄື: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ. ພ້ອມກັນນັ້ນ, ເອົາໃຈໃສ່ໃນການອະນຸລັກ ຮັກສາຮີດຄອງປະເພນີ ອັນດີງາມຂອງຊາດລາວ ທີ່ມີມາແຕ່ດົນນານໃຫ້ຄົງຢູ່ຄູ່ກັບແມ່ຍິງລາວຕະຫຼອດໄປ. ພ້ອມ​ທັງ​ໄດ້​ກ່າວ​ເນັ້ນ​ໃຫ້​ຄະນະຮາກຖານ​ຊຸດ​ໃໝ່ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ​ໃນ​ການ​ປະຕິບັດ​ວຽກງານຂອງ​ຕົນ​ໂດຍ​ສະ​ເພາະ​ແມ່ນ​​ປະຕິບັດ​​ຕາມ​​ເປົ້າໝາຍ​ເພື່ອ​ໃຫ້​ບັນລຸຄຳ​ຂັວນ​ແມ່ຍິງ 3 ດີ.

                                        ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ