ໃນຕອນເຊົ້າ ວັນທີ 1 ທັນວາ 2021, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 46 ປີ (2/12/1975-2/12/2021) ແລະເປີດສົກຮຽນ 2021-2022 ຂຶ້ນ ແລະ ສະຫຼຸບຜົນງານປະຈຳປີ 2021 ໂດຍພາຍໃຕ້ ການເປັນປະທານ ທ່ານ ຮສ. ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ, ຄະນະນຳ ສມປຊ, ມີບັນດາຫົວໜ້າ, ຮອງຫົວໜ້າຈາກ 12 ພາກສ່ວນຂັ້ນກົມ ຫຼື ທ່ຽບເທົ່າຂອງ ສມປຊ, ມີພະນັກງານ, ຄູ-ອາຈານ ແລະຄະນະພັກ, ຄະນະຫ້ອງຂອງນັກສຶກສາແຕ່ລະຮຸ່ນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປທ.ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນໄດ້ສະຫຼຸບລາຍງານແຜນການຮຽນ-ການສອນ ເພື່ອແນໃສ່ການກໍ່ສ້າງ-ບໍາລຸງຍົກລະດັບພະນັກງານນຳພາ-ຄຸ້ມຄອງ, ພະນັກງານຫຼັກແຫຼ່ງຂອງພັກ-ລັດ ແລະອົງການຈັດຕັ້ງມະຫາຊົນໃນຂອບເຂດທົ່ວປະເທດ; ສືບຕໍ່ຍົກສູງຄຸນນະພາບການຄຸ້ມຄອງການຮຽນ-ການສອນ ຢູ່ສະຖາບັນການເມືອງແລະການປົກຄອງແຫ່ງຊາດໃຫ້ດີຂຶ້ນຕື່ມອີກບາດກ້າວໜຶ່ງ; ພ້ອມທັງສ້າງ ແລະປັບປຸງປັດໄຈຕ່າງໆທີ່ຈຳເປັນຕໍ່ການຮຽນ-ການສອນໃຫ້ມີຄວາມກົມກຽວ ແລະເອື້ອອຳນວຍຄວາມສະດວກໃຫ້ດີກວ່າເກົ່າ.

         ໃນນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະຫຼຸບຜົນງານປະຈຳປີ 2021 ຂອງ ສມປຊ ຈາກທ່ານ ປທ. ນ. ຄຳຫຼ້າ ແກ້ວອຸ່ນຄຳ ກຳມະການຄະນະພັກ, ຫົວໜ້າຫ້ອງການ ສມປຊ, ໃນນັ້ນ ທ່ານໄດ້ຍົກໃຫ້ເຫັນຄວາມເປັນຫ່ວງເປັນໄຍ ຂອງຄະນະພັກ, ຄະນະນໍາ ທີ່ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້​ພະ​ນັກ​ງານ-ຄູ​ອາ​ຈານ ແລະ ນັກ​ສຶກ​ສາຢ່າງ​ເປັນ​ປົກ​ກະ​ຕິ, ຕໍ່​ເນື່ອງດ້ວຍຫຼາຍຮູບແບບເປັນຕົ້ນ:​ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ແນວ​ທາງ, ແຜນ​ນະ​ໂຍ​ບາຍຂອງ​ພັກ, ລະ​ບຽບ​ການ, ກົດ​ໝາຍ​ ແລະ ບັນ​ດາ​ເອ​ກະ​ສານ​ທີ່​ສຳ​ຄັນ​ຕ່າງໆ ຂອງ​ພັກ-ລັດ ຈຳນວນ 12 ຄັ້ງ, ມີ​ຜູ້​ເຂົ້າຮ່ວມທັງໝົດ 3.375 ເທື່ອຄົນ, ໄດ້​ຈັດ​ຕັ້ງກອງ​ປະ​ຊຸມ​ສະຫຼຸບ​ຖອດ​ຖອດ​ບົດ​ຮຽນ ແລະ ວຽກງານສ່ອງ​ແສງທັງ​ວຽກ​ພັກ-ລັດ, ການສ່ອງລາຍງານຂອງ​ນັກ​ສຶກ​ສາ ໃນ​ແຕ່​ລະ​ເດືອນຢ່າງເປັນປົກກະຕິ ກໍ່ເພື່ອເປັນການສຶກ​ສາ​ອົບ​ຮົມການເມືອງ-ແນວຄິດໃຫ້​ແກ່ພະ​ນັກ​ງານ-ຄູ​ອາ​ຈານ ແລະ ນັກ​ສຶກ​ສາ, ໄດ້ຈັດຕັ້ງການປາຖະກະຖາເລົ່າມູນເຊື້ອໂດຍຕິດພັນກັບການຈັດຕັ້ງພິທີສະເຫຼີມສະຫຼອງວັນສຳຄັນຕ່າງໆເຊັ່ນ: ວັນສົນທິສັນຍາວ່າດ້ວຍສິດທິເດັກ, ພິທີສະເຫຼີມສະຫຼອງວັນຊາດທີ 02 ທັນວາ, ພິທີສະເຫຼີມສະຫຼອງ ວັນເກີດປະທານ ໄກສອນ ຄົບຮອບ 100 ປີ; ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ; ໄດ້ຈັດຕັ້ງຮັບຟັງປາຖະກະຖາ ຈາກເອກ ອັກຄະລະທູດ ສ​ປ ຈີນ ປະຈຳ ສ​ປ​ປ ລາວ ໃນຫົວຂໍ້: “ປະຫວັດການສ້າງຕັ້ງພັກກອມມູນນິດຈິນ ຄົບຮອບ 100 ປີ ແລະ ການຮ່ວມມື ລະຫວ່າງ ສອງພັກ-ສອງລັດ ລາວ-ຈີນ”. ການ​ຄົ້ນຄວ້າ​ວິທະຍາສາດຂັ້ນສະ​ຖາ​ບັນ…

ການຄົ້ນຄວ້າ​ວິທະຍາສາດ ປີ 2021 ສມປຊ ສຳເລັດການຄົ້ນຄວ້າ​ວິທະຍາສາດ​ທັງໝົດ 9 ຫົວຂໍ້ໃຫຍ່ ມີ 46 ຫົວຂໍ້ຍ່ອຍ, ບົດປະກອບຄຳເຫັນຈຳນວນ 7 ບົດ ແລະ ສໍາເລັດການເກັບກໍາບົດວິທະຍາ ສາດສ້າງເປັນປຶ້ມຈໍານວນ 2 ເຫຼັ້ມ. ສໍາເລັດການອອກຂໍ້ຕົກລົງຮັບຮອງຫົວຂໍ້ ແລະ ແຕ່ງຕັ້ງຜູ້ຂຽນບົດວິທະຍາສາດ ຂອງບັນດາຄະນະຕ່າງໆ​ທັງ​ໝົດ 40 ຫົວ​ຂໍ້ ແລະ ແຕ່​ລະ​ຄະ​ນະໄດ້​ສຸມ​ໃສ່​ຄົ້ນຄ້ວາ ແລະໄດ້​ຜ່ານກອງ​ປະ​ຊຸມ​ສຳ​ມະ​ນາ​​ຄັ້ງ​ທີ 01 ຈຳ​ນວນ​ໜຶ່ງແລ້ວ, ສໍາ​ເລັດການ​​ຄົ້ນ​ຄວ້າສັ່ງຂຽນ​ບົດ​​ຫົວຂໍ້: ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີ 2 ຫົວຂໍ້ຍ່ອຍ ແລະບົດວິທະຍາສາດ ເພື່ອກະກຽມ ແລະດຳເນີນກອງປະຊຸມໃຫຍ່ວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ IX. ພ້ອມທັງການຈັດສຳມະນາບົດວິທະຍາສາດ ຈໍານວນ 2 ຫົວຂໍ້ໃຫຍ່, 12 ຫົວຂໍ້ຍ່ອຍ, ສຳລັບການຄົ້ນຄວ້າວິທະຍາສາດຮ່ວມກັບຕ່າງປະເທດ ສມປຊ ແມ່ນສຳເລັດ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດຮ່ວມກັບ 4 ສະ​ຖາ​ບັນ (ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ, ສະຖາບັນຄົ້ນ​ຄວ້າເສດ​ຖະ​ກິດ-ສັງຄົມ ແຫ່ງຊາດລາວ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ) ລວມ​ທັງ​ໝົດ 16 ຫົວ​ຂໍ້​ຍ່ອຍ, ໃນ​ນັ້ນ ສມ​ປ​ຊ ຮັບ​ຜິດ​ຊອບ​ຄົ້ນ​ຄວ້າເ0%.ົດ​ວວມ​ຄະ​ນະໄດ້​ສຸມ​ໃສ່​ຄົ້ນແລະໄດ້​ຜ່ານກອງ​ປະ​ຊຸມ​ສຳ​ມະ​ນາ​ຈຳ​ນວນ​ໜຶ່ງອງທົ່ວ​ປະ​ເທດສົກ 2020-2021)ຈຳນວນ 4 ຫົວ​ຂໍ້​​ ແລະ ສຳ​ເລັດ100%.

ທ່ານ ປທ ນ. ພອນໄຊ ລາດຊະວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ສມປຊ ໄດ້ປະກາດຜົນງານການເຄື່ອນໄຫວຂອງພະນັກງານ, ຄູ-ອາຈານສອນດີເດັ່ນ, ພະນັກງານ-ລັດຖະກອນດີເດັ່ນ, ກົມກອງດີເດັ່ນ ແລະຫ້ອງຮຽນດີເດັ່ນ ຂອງສມປຊ ປະຈຳປີ 2021:

ຍ້ອງຍໍກົມກອງດີເດັ່ນ

+ ປະເພດ I ຈໍານວນ 07 ກົມກອງ

+ ປະເພດ II ຈໍານວນ 03 ກົມກອງ

+ ປະເພດ III ຈໍານວນ 01 ກົມກອງ

ກົມກອງດີເດັ່ນ ປະເພດ 1

  – ຍ້ອງຍໍ ຄູ-ອາຈານ ສອນດີເດັ່ນ

+ ປະເພດ I ຈໍານວນ 30 ທ່ານ, ຍິງ 12 ທ່ານ.

+ປະເພດ II ຈໍານວນ 10 ທ່ານ, ຍິງ 04 ທ່ານ

+ປະເພດ III ຈໍານວນ 03 ທ່ານ, ຍິງ 01 ທ່ານ

ຍ້ອງຍໍພະນັກງານລັດຖະກອນດີເດັ່ນ

+ ປະເພດ I ຈໍານວນ 78 ທ່ານ, ຍິງ 28 ທ່ານ

+ ປະເພດ II ຈໍານວນ 41 ທ່ານ, ຍິງ23 ທ່ານ

+ ປະເພດ IIIຈໍານວນ 12 ທ່ານ, ຍິງ 08 ທ່ານ

ຫ້ອງຮຽນດີເດັ່ນ

+ ປະເພດ II ຈໍານວນ 06 ຫ້ອງຮຽນ

ຕໍ່ກັບຜົນງານດັ່ງກ່າວ, ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບພະນັກງານ, ຄຸ-ອາຈານ, ທີ່ໄດ້ທຸ່ມເທແຮງສະຕິປັນຍາ ເຂົ້າໃນໜ້າທີ່ວຽກງານການເມືອງ ຂອງ ສມປຊ ຈຶ່ງເຮັດໃຫ້ຜົນງານອອກມາໄດ້ທັງປະລິມານ ແລະ ຄຸນນະພາບ, ແຕ່ເພື່ອເປັນການສືບຕໍ່ ແລະໃຫ້ທິດຊີ້ທາງວຽກງານໃນຕໍ່ໜ້າ ທ່ານ ປະທານພິທີ ໄດ້ໂອ້ລົມ ແລະ ເນັ້ນໃຫ້ປັບປຸງການຈັດຕັ້ງ, ເພີ່ມ​ທະວີ​ການຄົ້ນຄວ້າ​ວິທະຍາສາດ​ໃຫ້​ມີ​ຄຸນ​ນະພາ​ບສູງ, ສາມາດ​ສະໜອງຂໍ້​ມູນຮັບ​ໃຊ້​ໃຫ້​ແກ່ລະບົບ​ການຮຽນ-ການ​ສອນ ​ແລະຄວາມຮຽກຮ້ອງຕ້ອງການ​ໃນ​ໄລຍະ​ໃໝ່ຄຽງຄູ່ກັບການສ້າງ ແລະປັບປຸງບັນດາລະບົບ​ພື້ນຖານ​ໂຄງ​ລ່າງ, ສະໜອງວັດຖຸ​ອຸປະກອນ​ທີ່​ຈຳ​ເປັນດ້ວຍ​ການຂຸດຄົ້ນ ແລະນຳໃຊ້ທຶນທີ່ມີຢ່າງຈຳກັດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ການເມືອງ ຂອງສະຖາບັນໃຫ້ມີລັກສະນະຄົບຖ້ວນ ແລະມີຄຸນນະພາບດີຂຶ້ນກວ່າເກົ່າ ເພື່ອເຂົ້າສູ່ຄວາມທັນສະໄໝເທື່ອລະກ້າວ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ